ປະເທດສະມາຊິກອົງການຮ່ວມມືຊ່ຽງໄຮສະໜັບສະໜູນແລະຊຸກຍູ້ຂໍ້ລິເລີ່ມການຮ່ວມມືດ້ານການຄ້າ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຢ່າງຮອບດ້ານ
2017-06-10 16:19:17  cri 

ວັນທີ 9 ມິຖຸນານີ້, ທ່ານຈົ່ງຊ່ານ ລັດຖະມົນຕີກະຊວງການຄ້າຈີນກ່າວຢູ່ນະຄອນຫຼວງອັສທານາປະເທດກາຊັກສະຖານວ່າ, ໃນໄລຍະກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ", ຈີນແລະຫຼາຍປະເທດພ້ອມດ້ວຍອົງການຈັດຕັ້ງສາກົນຕ່າງໆໄດ້ຮ່ວມກັນສະເໜີຂໍ້ລິເລີມກ່ຽວກັບການຮ່ວມມືສ້າງຄວາມສະດວກໃຫ້ແກ່ການຄ້າ "ໜຶ່ງແລວທາງໜຶ່ງເສັ້ນທາງ", ປະເທດສະມາຊິກອົງການຮ່ວມມືຊ່ຽງໄຮມີຄວາມເຫັນເປັນເອກະພາບກັນຕອບຮັບຢ່າງຕັ້ງໜ້າ ແລະ ສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວຢ່າງຮອບດ້ານ.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວຈີນໃນມື້ດຽວກັນ, ທ່ານຈົ່ງຊ່ານກ່າວວ່າ: ໃນກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ຈັດຂຶ້ນໃນເດືອນພຶດສະພາຜ່ານມານີ້, ກະຊວງການຄ້າຈີນແລະພາກສ່ວນທີ່ກ່ຽວຂ້ອງຂອງ 80 ກວ່າປະເທດພ້ອມດ້ວຍອົງການຈັດຕັ້ງສາກົນໄດ້ຮ່ວມກັນສະເໜີຂໍ້ລິເລີ່ມກ່ຽວກັບການຊຸກຍູ້ການຮ່ວມມືສ້າງຄວາມສະດວກໃຫ້ແກ່ການຄ້າ "ໜຶ່ງແລວທາງໜຶ່ງເສັ້ນທາງ". ຂໍ້ລິເລີ່ມດັ່ງກ່າວໄດ້ກຳນົດຫຼັກການຮ່ວມມືໃນການຊຸກຍູ້ຄວາມສະດວກດ້ານການຄ້າ ລວມທັງມາດຕະການການຮ່ວມມືຕ່າງໆ ໂດຍໄດ້ສະແດງໃຫ້ເຫັນເຖິງທ່າທີທີ່ຕັ້ງໜ້າຂອງຈີນໃນການເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກ.

ທ່ານຈົ່ງຊ່ານກ່າວວ່າ: ປະເທດສະມາຊິກອົງການຮ່ວມມືຊ່ຽງໄຮມີຄວາມເຫັນເປັນເອກະພາບກັນຕອບຮັບຢ່າງຕັ້ງໜ້າ ແລະ ສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວຢ່າງຮອບດ້ານ ແລະຍັງຕີລາຄາສູງຕໍ່ເນື້ອໃນກ່ຽວກັບການຊຸກຍູ້ການເຕີບໂຕຂອງການຄ້າ, ຊຸກຍູ້ການລົງທຶນເຊິ່ງກັນແລະກັນ ແລະ ຊຸກຍູ້ການພັດທະນາແບບຍືນຍົງເປັນພິເສດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ