ປະທານຄະນະກຳມາທິການສະຫະພາບເອີຣົບຮຽກຮ້ອງໃຫ້ປະເທດສະມາຊິກ ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນ
2017-06-10 16:20:44  cri 

ວັນທີ 9 ມິຖຸນານີ້, ໃນເວລາເຂົ້າຮ່ວມກອງປະຊຸມຢູ່ປລາກ, ທ່ານເຈນ ຄຼາວເດ ຈູນເກີ ປະທານຄະນະກຳມາທິການສະຫະພາບເອີຣົບຮຽກຮ້ອງໃຫ້ປະເທດສະມາຊິກສະຫະປະຊາຊາດເພີ່ມທະວີການຮ່ວມມື ແລະຈັດຕັ້ງປະຕິບັດນະໂຍບາຍວຽກງານປ້ອງກັນທີ່ມີປະສິດທິຜົນກວ່າເກົ່າ.

ໃນກອງປະຊຸມກ່ຽວກັບຄວາມໝັ້ນຄົງແລະວຽກງານປ້ອງກັນເອີຣົບທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານຈູນເກີກ່າວວ່າ ປັດຈຸບັນ, ສະຫະພາບເອີຣົບພວມປະເຊີນກັບໄພຂົ່ມຂູ່ຕ່າງໆ ເຊັ່ນການປະທະກັນທາງການທະຫານໃນບາງເຂດ, ລັດທິກໍ່ການຮ້າຍ, ການໂຈມຕີທາງອິນເຕີເນັດ ແລະ ອື່ນໆ, ສະນັ້ນຈຶ່ງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຫັນທິດສະດີການຮ່ວມມືດ້ານວຽກງານປ້ອງກັນໃຫ້ກາຍເປັນການກະທຳຕົວຈິງ ເພື່ອປ້ອງກັນຜົນປະໂຫຍດຂອງສະຫະພາບເອີຣົບທີ່ມີຢູ່ໃນພາກຕາເວັນອອກກາງ, ການປ່ຽນແປງຂອງດິນຟ້າອາກາດ, ການຄ້າ ແລະ ດ້ານອື່ນໆ.

ວັນທີ 7 ມິຖຸນານີ້, ເຈົ້າໜ້າທີ່ຄະນະກຳມາທິການສະຫະພາບເອີຣົບປະກາດວ່າ: ຈະຕັ້ງກອງທຶນວຽກງານປ້ອງກັນເອີຣົບທີ່ມີມູນຄ່າເຖິງ 5,5 ຕື້ເອີໂຣ ເພື່ອໃຊ້ໃນການປະສານງານ, ເພີ່ມ ແລະ ເປີດກວ້າງການລົງທຶນໃນການຄົ້ນຄ້ວາວຽກງານປ້ອງກັນ ແລະ ການຈັດຊື້ອຸປະກອນ ແລະ ເຕັກນິກດ້ານວຽກງານປ້ອງກັນຂອງປະເທດສະມາຊິກ, ຊ່ວຍປະເທດສະມາຊິກຫຼຸດງົບປະມານໃນວຽກງານປ້ອງກັນປະເທດທີ່ຊ້ຳຊ້ອນກັນໃຫ້ໜ້ອຍລົງ, ຍົກປະສິດທະພາບດ້ານເສດຖະກິດໃຫ້ສູງຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ