ເອັກ​ສໂປໂລກ​ອັ​ສ​ທາ​ນາ​ສຸມ​ໃສ່​ພະ​ລັງງານ​ໃໝ່
2017-06-11 16:41:36  cri 
  ເອັກ​ສໂປໂລກ​ອັ​ສ​ທາ​ນາ 2017 ໄດ້​ເປີ​ດ​​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 10 ມິ​ຖຸ​ນານີ້ ​ໂດຍ​ມີ 115 ປະ​ເທດ​ແລະ 22 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ. ເອັ​ກ​ສ​ໂປ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ພະ​ລັງ​ງານ​ໃໝ່​ໃນ​ອະ​ນາ​ຄົດ", ທຸກ​ຝ່າຍ​ທີ່ເຂົ້າ​ຮ່ວມ​​ໄດ້ຮ່ວມ​ກັນ​ປຶກ​ສາ​ຫາ​ລື​​ການພັດ​ທະ​ນາ​ແລະ​ນຳ​ໃຊ້​ພະ​ລັງ​ງານ​ໃໝ່, ສົ່ງ​ເສີມ​ແຜນ​ການ​ພັດ​ທະ​ນາແບບ​ຍືນ​ຍົງ​ທີ່​ມີ​​ປະ​ສິດ​ທິຜົນ​ຫຼາຍກວ່າ,ເໝາ​ສົມ​ກວ່າ​ແລະ​ປະ​ຕິ​ບັດ​ໄດ້, ເພື່ອ​ຄົ້ນ​ຄວ້າ​ສະ​ແຫວງ​ຫາແຜນ​ຜັງ​ຮ່ວມ​ມື​ພັດ​ທະ​ນາ​ພະ​ລັງ​ງານ​ໃໝ່​ໃນ​ອະ​ນາ​ຄົດ.

ເອັກ​ສ​ໂປ​ໂລກ​ຄັ້ງ​ນີ້​ຈະ​ດຳ​ເນີນໄປ​ຮອດ​ວັນ​ທີ 10 ກັນ​ຍາ​ປີນີ້, ຄາດ​ວ່າ​ຈະ​ດຶງ​ດຸດ​ນັກ​ທ່ອງ​ທ່ຽວ​​ຈາກປະ​ເທດ​ຕ່າງໆ 5 ລ້ານ​ເທື່ອ​ຄົນ.   ນອກ​ຈາກວາງ​ສະ​ແດງ​ເຕັກ​ນິກ​ແນວ​ໜ້າກວ່າ​ໝູ່​ໃນ​ຂົງ​ເຂດ​ພະ​ລັງ​ງານ​ໃໝ່​ແລະ​ຜົນການ​ພັດ​ທະ​ນາ​ຫຼ້າ​ສຸດ​ແລ້ວ, ​ເອັກ​ສ​ໂປ​ໂລກ​ອັ​ສ​ທາ​ນາ​ຍັງສຸມ​ໃສ່​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ພັດ​ທະ​ນາ​ພະ​ລັງ​ງານ​ແສງ​ຕາ​ເວັນ ພະ​ລັງ​ງານ​ລົມ ແລະ​ພະ​ລັງ​ງານ​ທີ່​ເຂົ້າ​ແທນ​ໄດ້​ປະ​ເພດ​ອື່ນໆ. ໃນ​ໄລ​ຍະ​​ວາງ​ສະ​ແດງ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ຫົວ​ຂໍ້ສະ​ເພາະ 12 ຄັ້ງ, ເຊິ່ງ​ລວມ​ມີ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ທີ່​ມີ​ຫົວ​ຂໍ້​ວ່າ "ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແບບ​ຍືນ​ຍົງ", ກອງ​ປະ​ຊຸມ​ສາ​ກົນ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ທີ່​ມີ​ຫົວ​ຂໍ້​ວ່າ "ການ​ທ່ອງ​ທ່ຽວ​ແລະ​ພະ​ລັງ​ງານ​ໃນ​ອະ​ນາ​ຄົດ: ຫຼຸດ​ການ​ລະ​ບາຍອັອກ​ຊິ​ເຊັນ" ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ