ໄທ​ຍຸບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​​ສູນ​ກາງແລະ​​​ສ້າງ​ຕັ້ງຄືນ​ໃໝ່​ພາ​ໃຫ້​ເກີດ​ຄວ​າມ​ວິ​ວາດ​ກັນ

2017-06-11 16:52:34  cri 
ວັນ​ທີ 9 ມິ​ຖຸ​ນານີ້, ສະ​ພາ​ນິ​ຕິ​ບັນ​ຍັດແຫ່ງ​ຊາດ​ໄທ​ໄດ້​ຜ່ານ​ຮັບ​ຮອງ​​ຮ່າງກົດ​ລະ​ບຽບ​ກ່ຽວ​ກັບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ. ອີງ​ຕາມ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ໃນ​ນັ້ນ, ຫຼັງ​ປະ​ກາດ​ປະ​ຕິ​ບັດ​ຍັດ​ຕິ​ສະ​ບັບ​ດັ່ງ​ກ່າວ​ແລ້ວ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຊຸດ​ປັດ​ຈະ​ຖືກສະ​ຫຼາຍ, ກຳ​ມະ​ການ 5 ທ່ານ​ຕ້ອງ​​ອອກ​ຈາກ​ຕຳ​ແໜ່ງ​ທັງ​ໝົດ, ແລະ​ເລືອກ​ຕັ້ງ​​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຊຸດ​ໃໝ່.

ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງຂອງ​ໄທ​ແມ່ນ​ອົງ​ການ​ເອ​ກະ​ລາດ​ທີ່​ກຳ​ເນີດ​ໂດຍ​ລັດ​ຖະ​ສະ​ພາ​ແລະ​ຮັບ​ການ​ຕິດ​ຕາມກວ​ດ​ກາ​ຈາກກະ​ຊວງ​ພາຍ​ໃນ, ຮັບ​ຜິດ​ຊອບ​ວຽກ​ງານ​ເລືອກ​ຕັ້ງ​ແລະ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ຂອງ​​ປະ​ເທດ, ເພື່ອ​ຮັບ​ປະ​ກັນ​ຄວາ​ມ​ທ່ຽງ​ທຳ​ແລະ​ຄວາມ​ໂປ່ງໃສຂອງ​ການ​ເລືອກ​ຕັ້ງ.

ການ​ສຳ​ຫຼວດ​ປະ​ຊາ​ມະ​ຕິ​ສະ​ບັບ​ໜຶ່ງ​ທີ່​ສູນ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບາງກອກ​ປະ​ກາດ​ຫຼ້າ​ສຸດໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປະ​ຊາ​ຊົນ 1205 ຄົນ​ທີ່​ຮັບ​ການ​ສຳ​ຫຼວດນັ້ນ, ມີ 47.3% ບໍ່​ເຫັນ​ດີ​​ຕໍ່​ການ​ຍຸບ​ຄະ​ນະ​ກຳ​ມະ​ການ​ເລືອ​ກ​ຕັ້ງ​ສູນ​ກາງ, ​ເຊິ່ງຫຼາຍກວ່າ​ຜູ້​ເຫັນ​ດີ​​ຄື 44.6% ນັ້ນ​ໜ້ອຍ​ໜຶ່ງ. ການ​ສຳ​ຫຼວດ​ຍັງ​ໃຫ້​ຮູ້ວ່າ, ຜູ້​ຖືກ​ສຳ​ຫຼວດ​ສ່ວນ​ຫຼາຍ​ບໍ່​ເຊື່ອ​ວ່າ ​ການ​ເລືອກ​ຕັ້ງມີຄວາ​ມ​ທ່ຽງ​ທຳ​ແລະ​ຄວາມ​ໂປ່ງ​ໃສ.

​ຕໍ່​ກັບ​ຄວາມ​ສົງ​ໃສ​ທີ່ວ່າ,​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຈະ​ລ້າງ​ໄພ້ ຄືນ​ໃໝ່, ທ່ານ​ປະ​​ຍຸດ ຈັນ​​ໂອຊາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ຄວາມສະ​ຫງົບ​ແຫ່ງ​ຊາດ​ໄທ​ກ່າວ​ເນັ້ນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວນີ້​ບໍ່​ມີສ່ວນ​ກ່ຽວ​ຂ້ອງ​ກັບການ​ແກ່​ຍາວ​​ອຳ​ນາດ​ຂອງ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ