ເຈົ້າ​ແຂວງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື
2017-06-11 14:30:10  cri 
ວັນ​ທີ 10 ມິ​ຖຸ​ນາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ແລວ​ທາງ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຫຼື GMS ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ​ຂອງ​ປະ​ເທດ​ຈີນ. ເຈົ້າ​ໜ້າ​ທີ່​ລະ​ດັບ​ແຂວງ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈາກ GMS ຮ່ວມ​ກັນ​ເຫັນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ສະ​ໜອງ​ໂອ​ກາດ​ພັດ​ທະ​ນາ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ຕ່າງໆໃນ​ອະ​ຍຸ​ພາກ​ພື້ນ, ແລະ​​ຈະນຳ​​ເອົາປະ​ເທດ​ຕ່າງໆ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີກວ່າ​ເກົ່າ.

GMS ລວ​ມ​ທັງ 6 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລຽບ​ຕາມ​ແມ່​ນ້ຳຂອງ​ຄື: ກຳ​ປູ​ເຈຍ, ຫວຽດ​ນາມ, ລາວ, ມຽນ​ມາ, ໄທ​ແລະ​ແຂວງ​ຢຸນ​ນານ​ຂອງ​ຈີນ. ປີ 2008, ກອງ​ປະ​ຊຸມ​ສຸດຍອດ GMS ຄັ້ງ​ທີ​ສາມ​ໄດ້​ລິ​ເລີ່ມ​ສ້າງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ແລວ​ທາງ​ເສ​ດ​ຖະ​ກິດ​ແລະ​ເວ​ທີ​ປຶ​ສາ​ຫາ​ລື​ເຈົ້າ​ແຂວງ.
ຫຼັງ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສາ​ມ​ປີ​ມາ​ນີ້, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ເຊື່ອມ​ຈອດ​ກັນ, ການ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ, ການ​ກໍ່​ສ້າງ​ເຂດ​ຮ່ວມ​ມື​​ຂະ​ແໜງການ​ເສດ​ຖະ​ກິດ​ການ​ຄ້າແລະ​ຄ້ຳ​ຊູ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ແລະ​ອື່ນໆ. ໃນ​ຖານ​ະ​ເປັນ​ແຂວງ​ທີ່​ເຂົ້າ​ຮ່ວມ GMS ຂອງ​ປະ​ເທດ​ຈີນ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ 5 ປະ​ເທດ​ຂອງ GMS ໄດ້​ເພີ່ມ​ຂຶ້ນ 21,9% ຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ