ອີ​ຣານ​ຈັບ​ຜູ້​ຖືກ​ສົງ​ໄສ​ກໍ່​ການ​ຮ້າຍ 8 ຄົນ, ກ່ອນ​ໜ້າ​ນີ້​ໄດ້​ຈັບ 48 ຄົນ​ແລ້ວ
2017-06-11 14:32:50  cri 
ຕາມ​ຂ່າວ CRI: ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ​ອີ​ຮານ​ລາຍ​ງານ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ວ່າ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ຈັບ​ຜູ້ຖືກ​ສົງ​ໄສ 8 ຄົນ​ທີ່ກ່ຽວ​ພັນ​ກັບ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ເຕ​ເຮ​ຣານ​ຂອງ​ອີ​ຮານ. ກ່ອນ​ໜ້າ​ນີ້​ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້, ພາກ​ສ່ວນ​ຂ່າວກອງ​ອີ​ຣານ​ກ່າວ​ວ່າ, ຫຼັງ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ 48 ຊົ່ວ​ໂມງ, ມີ​ຜູ້​ຖືກ​ສົງ​ໄສ​ກໍ່​ການ​ຮ້າຍປະ​ມານ 50 ຄົນ​ຖືກ​ຈັບ.

ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ທີ່​ພາກ​ສ່ວນ​ຂ່າວກອງ​ອີ​ຣານ​ເປີດ​ເຜີຍ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ຊີ້ໃຫ້​ເຫັນ​ວ່າ, ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຕ່າງໆ, ອີ​ຣານ​ໄດ້ຢືນ​ຢັນ​ແລະ​ຈັບ​ຜູ້​ຖືກ​ສົງ​ໄສ 41 ຄົນ. ໃນ​ບົດ​ລາຍ​ງານ​ອີກ​ສະ​ບັບ​ໜຶ່ງ​ທີ່​ພາກ​ສ່ວນ​ຂ່າວກອງ​ອີ​ຣານ​ເປີດ​ເຜີຍ​​ໃນ​ມື້​ດຽວ​ກັນ​ໄດ້​ລະ​ບຸ​ວ່າ, ກອງ​ທັບ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ກອງ​ປ້ອງ​ກັນປະ​ຕິ​ວັດ​ອິ​ສ​ຣາມ​ແລະ​ຕຳ​ຫຼວດ​ອີ​ຣານ​ໄດ້​ຈັບ​ຜູ້​ຖືກ​ສົງ​ໄສ 7 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ຕຶກ​ລັດ​ຖະ​ສະ​ພາ​ອີ​ຣານ​ແລະ​ທ່ານ​ໂຮ​ເມ​ນີ ອະ​ດີດ​ຜູ້​ນຳ​ສູງ​ສຸ​ດ​ອີ​ຣານ​ທີ່​ເຖິງ​ແກ່​ກຳ​ແລ້ວ.

ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼງ​ເຕ​ເຮ​ຣານ​ຂອງ​ອີ​ຣານ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້​ໄດ້​ເຮັ​ດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ​ແລະ 50 ກວ່າ​ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ