ໄຂສັບ​ປະ​ດາ​ສິ​ລະ​ປະ​ຈີນ-​ອາ​ຊີ​ໃຕ້​ແລະອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ 2017 ​ຢູ່​ຄຸນ​ມິງ
2017-06-11 16:53:09  cri 
ວັນ​ທີ 11 ມິ​ຖຸ​ນາ​ນີ້, ສັບ​ປະ​ດາ​ສິ​ລະ​ປະ​ຈີນ-​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ 2017 ທັງ​ເປັນ​ງານ​ສິ​ລະ​ປະ​​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ​ຂອງ​ປະ​ເທດ​ຈີນ. ໃນ​ອາ​ທິດ​ຕໍ່​ໜ້າ, ຄຸນ​ມິງ​ຈະ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ເງົາ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ 2017, ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ສ​າ​ກົນ​ຈີນ-ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ 2017 ແລະກິດ​ຈະ​ກຳ​ອື່ນໆ.

ໃນ​ພິ​ທີ​ໄຂ​ສັບ​ປະ​ດາ​ດັ່ງ​ກ່າວ, ຜູ້​ຕາງ​ໜ້າດ້ານ​ຮູບ​ເງົາ, ວິ​ຈິດ​ຕະ​ສິນ​ແລະ​ຖ່າຍຮູບ​​ຈາກ 10 ປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເຊັ່ນ​ບັງ​ກະ​ລາ​ເດັດ, ອິນ​ເດຍ, ໄທ​ແລະ​ອື່ນໆ​​ພ້ອມ​ທັງ​ແຂກ​ທີ່​ມີ​ກຽວ​ຈາກ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​​ຮ່ວມ​ກັນ, ​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ສິ​ລະ​ປະ​​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ກ່າວ​ເຟີງ, ຮອງ​ເຈົ້າ​ແຂວງ​ແຂວງ​ຢຸນ​ນານ​ກ່າວ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ, ສິ​ລະ​ປະ​ວັດ​ທະ​ນະ​ທຳ​ມີ​ລັກ​ສະ​ນະ "ເປີດ​ປະ​ຕູ​ແລະ​ກວມ​ລວມ" "ການຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ແລະ​​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ", ​ນັ້ນ​ເປັນ​ການ​ສືບ​ທອດ "ນ້ຳ​ໃຈ​ເສັ້ນ​ທາງ​ສາຍ​ໃໝ" ແລະ​ຊຸກ​ຍູ້​ໃຫ້ "ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຊື່ອມ​ຈອດ​ກັນ". ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ, ສາ​ມາດ​ສ້າງ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ແລະ​ສັງ​ຄົມ​ໃຫ້​ແກ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ຫວັງ​ໃຫ້​ຜູ້​ຕາງ​ໜ້າ​ແລະ​ນັກ​ສິ​ລະ​ບິນ​ຂອງ​ປະ​ເທດ​ຕ່າງໆ​ນຳ​ໃຊ້​ເວ​ທີ "ງານ​ສິ​ລະ​ປະແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ" ຢ່າງ​​ເຕັມ​ທີ່, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​​ດ້ານ​ປະ​ວັດ​ທະ​ນະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ