ນາ​ຍົກ​ມາ​ເລ​ເຊຍ​ຢືນ​ຢັນ​ວ່າ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ສ້າງ​ຄວາມ​ມືດ​ມົນ​ໃຫ້​ອິ​ສ​ລາມ
2017-06-12 10:55:28  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ທ່ານ​ນາ​ຈິບ ​ຕູນ ​ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຢືນ​ຢັນ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ວ່າ: ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ກໍ່​ຂຶ້ນ​ໃນ​ນາມ​ອິ​ສ​ລາມຫຼາຍ​ຄັ້ງ​ໃນ​ແຫ່ງ​ຕ່າງໆ​ທົ່ວ​ໂລກ​ນັ້ນ​ໄດ້​ສ້າງ​ຄວາມ​ມືດ​ມົນ​ໃຫ້​ອິ​ສ​ລາມ​ເອງ.

ວັນ​ດັ່ງ​ກ່າວ, ທ່ານ​ນາ​ຈິບ​​ກ່າວ​ທາງບ​ລອກ(blog)ວ່າ, ມາ​ເລ​ເຊຍ​ເປັນ​ປະ​ເທດ​ອິ​ສ​ລາມ​ທີ່​ກ້າວ​ໜ້າ, ນອກ​ຈາກ​ໃຫ້​ຄວາມ​ສຳ​ຄັນ​​ຕໍ່ການ​ພັດ​ທະ​ນາ​ຮາດ​ແວ​ແລ້ວ, ​ຍັງຖື​ສຳ​ຄັນ​ການ​ພັດ​ທະ​ນາ​ສຸ​ຂະ​ພາບ​ຂອງ​ຄົນ. ບຸນ​ເດືອນ​ຖື​ສິນ​ອົດ​ທຸກ​​ປີຜ່ານ​ມາ​ລ້ວນ​ແຕ່​ມີ​ຄວາມ​ສັກ​ສິດ​ບໍ​ລິ​ສຸດ​ແລະ​​ຈົບງາມ, ແຕ່​ປີ​ນີ້​ພັດ​ປົກ​ຄຸມ​​ດ້ວຍ​ເງົາ​ມືດເນື່ອງ​ຈາກ​ການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ຊາວ​ມຸ​ສ​ລິມ​ຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ກໍ່​​ຂຶ້ນ​ໃນ​ນາມ​ອິ​ສ​ລາມ. ທ່ານ​ຊີ້​ໃຫ້​ເຫັນ​​ອີກວ່າ: ໃນ​ຖາ​ນະ​ເປັນ​ຊາວ​ມຸ​ສ​ລິມ,ຄວນ​ປະ​ຕິ​ເສດ​ທຸກໆ​ເຈ​ຕະ​ນາ​ທີ່​​ຕ້ອງ​ການ​ດຶງເອົາ​ອິ​ສ​ລາມ​ໄປ​ກ່ຽວ​ພັນ​ກັບ​ການ​ກໍ່​ກາ​ນ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ຢືນ​ຢັນ​ວ່າ ໄດ້​ຍົກ​ລະ​ດັບ​ໂດຍ​ການ​ເພີ່ມ​ກຳ​ລັງ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ​ເພື່ອ​ສະ​ກັດ​ກັ້ນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ