ຈີນ​ໄທ​ລາວ​ມຽນ​ມາ​ຮ່ວມ​ມື​ສົ່ງ​ເສີມການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຂອງGMS
2017-06-12 11:00:32  cri 
ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຂະ​ແໜງ​ການ​ຂົນ​ສົ່ງ​ສິນ​ຄ້າ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຫຼືGMSໄດ້​ຈັດ​ກອງ​ປະ​ຊຸມ​ເທື່ອ​ທີ 5 ​ຢູ່​ເມືອງ​ຄຸນ​ມິງ ແຂວງ​ຢຸນ​ນານ ສ​ປ ຈີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ໂດຍ​ຊ່​ຽວ​ຊານ​ແລະ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ປະ​ເທດGMS​ຄື​ຈີນ,ລາວ,ຫວຽດ​ນາມ,ມຽນ​ມາ,ກຳ​ປູ​ເຈຍ​ແລະ​ໄທ​ໄດ້​ເຂົ້າ​ຮ່ວມຫາ​ລື​ການ​ກຳ​ເອົາ​​ໂອ​ກາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ນຳ​ໃຊ້​ເວ​ທີ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ​,ສົ່ງ​ເສີມ​ການ​ຮ່ວມ​ມືຂົນ​ສົ່ງ​ສິ​ນ​ຄ້າ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

​ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ, ບໍ​ລິ​ສັດ​ຂົນ​ສົ່ງ​ສິນ​ຄ້າ​ຫົງ​ຊິງ​ຢຸນ​ນານ​ຈຳ​ກັດ​ໄດ້​ເຊັນ​ສັນ​ຍາ ກັບ​ວິ​ສາ​ຫະ​ກິດ​ ​ຂອງ​ໄທ,ລາວ​ແລະ​ມຽນ​ມາວ່າ​ດ້ວຍ​ອິນ​ເຕີ​ເນັດ​ບວກ(Internet+)ການ​ຂົນ​ສົ່ງ​ສິນ​ຄ້າ. ທ່ານ​ນິວ​ຢູ ປະ​ທານ​ບໍ​ລິ​ສັດ​​ດັ່ງ​ກ່າວ​ເປີດ​ເຜີຍ​ວ່າ: ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ "ຫົງ​ຊິງ​ຫາວ​ຢຸນ"(www.haulwin.com)ທີ່​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 19 ເມ​ສາ​ຜ່ານ​ມາ​ຈະ​ສ້າງ​ແຜນ​ການຊູ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ທີ່​ສົມ​ບູນ​ຮູບ​ແບບ​ໜຶ່ງ​​ເພື່ອ​ຄວາມ​ເປັນ​ເປັນ​ເອ​ກະ​ພາບ​ກັນ​ແລ​ະເວັບ​ນີ້​ມີ 5 ພາ​ສາ​​ຂອງປະ​ເທດGMS​ທີ່ບໍ​ລິ​ການ​ທັງອອນ​ລາຍ​ແລະ​​ອອ​ຟ​ລາຍ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ