ກັງ​ຫັນ​ນ້ຳ​​ທີ່ບໍ່​ມີ​​ເຫັນ​ແມ່ນ​ແຕ່​ເງົາເຫຼັກ​ຕະ​ປູ​
2017-06-12 16:18:15  cri 

ວັນ​ທີ 10 ມິ​ຖຸ​ນາ​ນີ້​ຢູ່​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳນະ​ວັດ​ຕະ​ກຳ​ວັດ​ທະ​ນະ​ທຳ​ເມືອງ​ລານ​ໂຈ່ວ​ແຂວງ​ກ່ານ​ຊູ ສ​ປ ຈີນ, ພໍ່​ເຖົ້າຫຼິວ​ຈົ່ງ​ເວີນ ທີ່​ປັດ​ຈຸ​ບັນອາ​ຍຸກວ່າ 70 ປີ​ໄດ້​ນຳ​ເອົາ​ກັງ​ຫັນ​ນ້ຳ​ລານ​ໂຈ່ວ 10 ກວ່າ​​ອັນ​ທີ່​ເປັນ​ສີ​ມື​ຂອງ​ຕົນ​ນັ້ນ​ມາ​ວາງ​ສະ​ແດງເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ. ພໍ່​ເຖົ້າຫຼິວ​ຈົ່ງ​ເວີນບອກວ່າ: ​ກັງ​ຫັນ​ນ້ຳ​ເປັນ​ເຄື່ອງ​ເກົ່າ​ແກ່​ທີ່​ນຳ​ເອົານ້ຳ​ເຂົ້າ​ນາ​ຢູ່​ແຄ​ມ​ຝັ່ງ​ແມ່​ນ້ຳ​ເຫຼືອງ​​ເມືອງ​ລານ​ໂຈ່ວໃນ​ສະ​ໄໝ​ບູ​ຮານ. ເນື່ອງ​ຈາກ​​ໄດ້​ຕິດ​ພັນ​ກັບ​ກັງຫັນ​ນ້ຳ, ຫຼັງ​ບຳ​ນານ​ແລ້ວ,ຕົນ​ກໍ​ ​ສຶກ​ສາ​ຄົ້ນ​ຄວ້າ​ເຮັດ​ກັງ​ຫັນ​ນ້ຳ​​ໃຫ້ເປັ​ນ​ຈິງ​ໄດ້​ໂດຍ​ໄດ້​ເອົາ​ໄມ້​ແປກ100%​ ເຮັດກັງ​ຫັນ​ນ້ຳ​ນ້ອຍ​ດ້ວຍ​ການ​ບໍ່​ໃຊ້​ເຫຼັກ​ຕະ​ປູ​ຈັກ​ດອກ.​ເຖິງວ່າ​ມັນ​ຈະ​ເປັນ​ເຄື່ອງ​ຫັດ​ຖະ​ກຳ,ແຕ່​ເມື່ອ​ສາ​ທິດ​ການ​ນຳ​ໃຊ້​ມັນ​ກໍ​ສາ​ມາດ​ປິ່ນ​ໄດ້​ເມື່ອ​ຖືກ​ພະ​ລັງ​ນ້ຳ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ