ທະ​ຫານຟີ​ລິບ​ປິນ 13 ຄົນ​​ເສຍ​ຊີ​ວິດຂະ​ນະ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ມາ​ລາ​ວີ
2017-06-12 11:22:37  cri 

ເຈົ້າ​ໜ້າ​ທີ່ກອງ​ທັບ​ຟີ​ລິບ​ປິນ​ກ່າວ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ວ່າ: ທະ​ຫານ​​ທະ​ເລ​ສູ້​ຮົບ​ເທິງ​ບົກ​ຂອງ​ປະ​ເທດ​ຕົນ 13 ຄົນ​ໄດ້​ເສ​ຍ​ຊີ​ວິດ​ໃນ​ການກວາດ​ລ້າງ​ຜູ້​ປະ​ກອບ​ອາ​ວຸດກຸ່ມເມົາ​ເຕ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ​ຢູ່​ເມືອງ​ມາ​ລາ​ວີໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ແລະ​ມີ​ປະ​ຊາ​ຊົນ​ອີກ 40 ກວ່າຄົນ​ບາດ​ເຈັບ. ມາ​ຮອດ​ປັດ​ຈຸ​ບັນ, ທະ​ຫານແລະ​ຕຳ​ຫຼວດ​ຟີ​ລິບ​ປິນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ສູ້​ຮົບ​​ຢູ່ມາ​ລາ​ວີ​ໄດ້​ເພີ່ມ​ຂຶ້ນ​ເປັນ 58 ຄົນ.


ທ່ານ ໂຈ​ອາ​ ເຮີ​ຣີ​ຣາ ໂຄ​ສົກ​ກອງ​ທັບ​ຟີ​ລິບ​ປິນ​ກ່າວ​ວ່າ: ​ການ​ສູ້​ຮົບ​ໃນ​ມື້​ດຽວ​ກັນ, ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ໂຈມ​ຕີ​ຜູ້​ປະ​ກອບອ​າ​ວຸດ​ຢ່າງ​ໜັກ​ໜ່ວງ ເຮັດ​ໃຫ້​ຜູ້​ປະ​ກອບ​ອາ​ວຸດ​ເສຍ​ຊີ​ວິດ​ຈຳ​ນວນ​ບໍ່​ໜ້ອຍ​ແຕ່​ກໍ​ບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ​ມີ​ເທົ່າ​ໃດ? ປັດ​ຈຸ​ບັນ, ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ພວມ​ເພີ່ມຂອບ​ເຂດ​ການ​ປິດ​ລ້ອມຜູ້​ປະ​ກອບ​ອາ​ວຸດ​ຢູ່​ເມືອງ​ມາ​ລາ​ວີ​ຕື່ມ​ອີກ ແລະ​ຈະ​ສືບ​ຕໍ່ກວາດ​ລ້າງ​ຢ່າງ​ເດັດ​ຂາດ.

ແນວ​ໃດ​ກໍ​ດີ ຫວ່າງ​ມໍ່ໆ​ມາ​ນີ້, ເຈົ້າ​ໜ້າ​ທີ່ກອງ​ທັບ​ຟີ​ລິ​ບ​ປິນ​ກ່າວ​ວ່າ: ການກວາດ​ລ້າງ​ຜູ້​ປະ​ກອບ​ອາ​ວຸດ​ຈະ​ໃຫ້​ສຳ​ເລັດ​ກ່ອນ​ວັນປະ​ກາດ​ເອ​ກະ​ລາດ​ຟີ​ລິບ​ປິນ​ທີ 12 ມິ​ຖຸ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ