ກາ​ຕາ​ເນັ້ນ​ຈະ​ບໍ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ປະ​ເທດ​ທີ່​ຕັດ​ສາຍສຳພັນ​ທາງ​ການ​ທູດ
2017-06-12 16:45:24  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ: ກະຊວງ​ພາຍ​ໃນ​ປະ​ເທດ​ກາ​ຕາ​ເນັ້ນ​ໃນ​ວັນ​ທີ 11 ມິຖຸນາ​ນີ້​ວ່າ,ປະ​ເທດ​ຕົນ​ຈະ "ປະຕິບັດ​​ຫຼັກການ​ແລະ​ການປະ​ເມີນ​ຄຸນຄ່າ​ທີ່​ມີ​ຢູ່​ແລ້ວ​ "​ແລະ​ຈະ​ບໍ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ປະ​ເທດ​ທີ່​ຕັດ​ສາຍສຳພັນ​ທາງ​ການ​ທູດ​ກັບປະ​ເທດ​ຕົນ.
ກະຊວງ​ພາຍ​ໃນ​ປະ​ເທດ​ກາ​ຕາ​ຖະ​ແຫຼງ​ໃນ​ວັນ​ດັ່ງກ່າວ​ວ່າ,ປະ​ເທດ​ຕົນ​ຈະ​ບໍ່​ໃຊ້​ການ​ກະທຳ​ຕໍ່​ "ພົນລະ​ເມື​ອງຂອງ​ປະ​ເທດ​ມິດຕະພາບ​ອ້າຍ​ນ້ອງ"ທີ່​ຕັດ​ສຳພັນ​ການ​ທູດ​ກັບ​ປະ​ເທດ​ຕົນ​ທີ່ຢູ່​ກາ​ຕາ​ແລະ​ກໍ​ຈະບໍ່​ໃຊ້​ມາດ​ຕະການ​​ຫຼຸດລະດັບ​ການ​ຕ່າງປະ​ເທດ​ກັບປະ​ເທດ​ເຫຼົ່ານີ້.
ຖະ​ແຫຼງການ​ຍັງ​ເນັ້ນ​ວ່າ,ພົນລະ​ເມືອງ​ຂອງ​ປະ​ເທດ​ທີ່​ຕັດ​ສາຍສຳພັນ​ທີ່​ດຳລົງ​ຊີວິດ​ຢູ່​ກາ​ຕາ​ຈະ​ມີ​ເສລີພາບ​ຢ່າງ​ສົມບູນ​ທີ່​ຊອບ​ຕາມ​ກົດໝາຍ​ຢູ່​ກາ​ຕາ.
ຂ່າວ​ລາຍ​ງານ​ວ່າ,ອາຣັບບີຊາ​ອຸ​ດິດ​ແລະ​ສະຫະລັດ​ອາຣັບ​ເອມິ​ເຣດ​ເປັນ​ຕົ້ນ​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ປະ​ເທດ​ຕົນ​ອອກ​ຈາກ​ກາ​ຕາ​​ແລະຂະນະ​ດຽວກັນ​ກໍ​ສັ່ງ​ໃຫ້​ພົນລະ​ເມືອງ​ກາ​ຕາ​ໃນ​ປະ​ເທດ​ຕົນ​​ອອກປະ​ເທດ​ພາຍ​ໃນ 14 ມື້ຫຼັງຕັດ​ສາຍສຳພັນທາງ​ການ​ທູດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ