ຍານ "ຈຽວ​ຫຼົງ"ສຳ​ເລັດ​ການ​ດຳ​ນ້ຳ​ເທື່ອ​ທີ 100 ​ໃນ​ການ​ທົດ​ລອງ​​ເພື່ອ​ປະຍຸກ
2017-06-12 16:51:57  cri 

ຕາມ​ຂ່າວສານ​ຊິນ​ຮວາ: ຍານ​ດຳ​ນ້ຳ​ບັນທຸກ​ຄົນ "ຈຽວ​ຫຼົງ"​ໄດ້​ເຮັດ​ໜ້າ​ທີ່​ດຳ​ນ້ຳ​ເທື່ອ​ທີ 9 ​ໄລຍະ​ທີ 3 ​ໃນ​ການ​ສຳ​ຫຼວດ​ທາງ​ທະ​ເລ​ຂອງ​ຈີນເທື່ອ​ທີ 38 ​​ເຊິ່ງສາມາດ​ດຳລົງ​ຮອດ​ບ່ອນ​ເລິກ​ສຸດ 6583 ​ແມັດ.

ນັບ​ແຕ່​ການ​ສຳ​ຫຼວດທາງ​ທະ​ເລ​ເປັນ​ຕົ້ນ​ມາ​,ຍານ​ດຳ​ນ້ຳ "ຈຽວ​ຫຼົງ"​ໄດ້​ເຮັດ​ໜ້າ​ທີ່​ດຳ​ນ້ຳ​ເປັນ​ເທື່ອ​ທີ່ 151 ແລະ​ກໍ​ເປັນ​​ເທື່ອ​ທີ 100 ນັບ​ແຕ່​ດຳ​ເນີນ​ການ​ສຳ​ຫຼວດ​ເພື່ອ​ທົດ​ລອງ​ດ້ານ​ປະຍຸກ​​ເມື່ອ​ປີ 2013 ​ເປັນ​ຕົ້ນ​ມາ​ໂດຍໄດ້​ດຳ​ນ້ຳ​ຢູ່ 6 ​ເຂດ​ທະ​ເລ​ຄື​ທະ​ເລ​ຈີນ​ໃຕ້,​ເຂດ​ອ່າງ​ທະ​ເລ​ມະຫາ​ສະໝຸດ​ປາ​ຊິກ​ຟິກຕາ​ເວັນ​ອອກ,​ເຂດ​ຮ່ອງ​ທະ​ເລ​ມະຫາ​ສະໝຸດ​ປາ​ຊິກ​ຟິກຕາ​ເວັນ​ຕົກ,​ເຂດພູ​ທະ​ເລ​ມະຫາ​ສະໝຸດ​ປາ​ຊິກ​ຟິກຕ​າ​ເວັນ​ຕົກ,ສັນຫຼັງມະຫາ​ສະໝຸດ​ອິນ​ເດຍຕາ​ເວັນ​ຕົກ​ສຽງ​ໃຕ້​ແລະ​ສັນຫຼັງມະຫາ​ສະໝຸດອິນ​ເດຍຕາ​ເວັນ​ຕົກ​ສຽງ​ເໜືອ.

ກອງ​ບັນຊາ​​ການ​ດຳ​ນ້ຳ​​ໄດ້​ຕົກລົງ​ໃຫ້​ດຳ​ເນີນ​ການ​ດຳ​ນ້ຳ​ເປັນ​​ເທື່ອ​ສຸດ​ທ້າຍ​​ໃນ​ການ​ສຳ​ຫຼວດຢູ່​ຮ່ອງ​ທະ​ເລ​ຢັບ​ໃນ​ວັນ​ທີ 13 ມິຖຸນາ​ນີ້​ແລະ​​ກໍຖື​ວ່າ​​ເປັນ​ເທື່ອ​ສຸດ​ທ້າຍ​​ໃນໄລຍະ​ດຳ​ນ້ຳ​ເພື່ອ​ທົດ​ລອງ​ດ້ານ​ປະຍຸກ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ