ຈີນ​ທົດ​ລອງ​ແລ່ນ​ລົດ​ໄຟ​ໃຕ້​ດິນ​ບໍ່​ມີ​ຄົນ​ຂັບ​ສາຍ​ທຳ​ອິດ​
2017-06-12 22:22:47  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ:ທາງ​ລົດ​ໄຟ​ໃຕ້​ດິນ​ຕອນ​ທຳ​ອິດ​ຂອງ​ສາຍ​ຢຽນຝາງ​ນະຄອນຫຼວງປັກ​ກິ່ງ​ເຊິ່ງ​ເປັນ​ທາງ​ລົດ​ໄຟ​ອັດຕະ​ໂນ​ມັດ​ຫຼືວ່າບໍ່​ມີ​ຄົນ​ຂັບ​ສາຍ​ທຳ​ອິດ​ຂອງ​ຈີນ​ໄດ້​​ເລີ່​ມທົດ​ລອງ​ແລ່ນ​ໃນ​ວັນ​ທີ 12 ມິຖຸນາ​ນີ້ຂະນະ​ດຽວ​ກັນ​ກໍຈະ​ທົດ​ລອງ​ແລ່ນ​ຕະຫຼອດສາຍ​ແລະ​ມີ​ແຜນການ​ເລີ່​ມ​ເປີດ​ບໍລິການ​ໃນ​ທ້າຍ​ປີນີ້.
ບໍລິສັດ​ທີ​ໜຶ່ງ​ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຫຼືຈົ່ງ​ເຖ​ໃຫ້​ຮູ້​ວ່າ,ລົດ​ໄຟ​ສາຍ​ຢຽນຝາງ​​ແລ່ນ​ດ້ວຍ​ຄວາມ​​ໄວ​ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ປະກອບ​ມີ 4 ຕູ້​ແລະ​ສາມາດ​ບັນທຸກ​ຜູ້​ໂດຍ​ສາຍ​ໄດ້​ຫຼາຍ​ເຖິງ 1262 ຄົນ.
ຕາມ​ຮູ້​ວ່າ,​ລົດ​ໄຟ​ທີ່ແລ່ນ​​ອັດຕະ​ໂນ​ມັດມີ​ຈຸດ​ດີກ​ວ່າ​ໝູ່​ຄື​ສາມາດ​ແລ່ນ​ດ້ວຍ​ຄວາມ​ທ່ຽງ​ບໍ່​ວ່າ​ຈະ​ເປັນ​ການ​ອອກ​ລົດ,​ເລັ່ງຄວາມ​ໄວ,ຈອດ​​ຫຼືລະຫວ່າງ​ການ​ແລ່ນ​ໂດຍ​ລະບົບຄອມ​ພີ​ວ​ເຕີ​ສາມາດຄວບ​ຄຸມ​ລົດ​ໄຟ​ໃຫ້​ທຸກ​ຂັ້ນ​ຕອນ​ແລ່ນ​​ໃຫ້​ທ່ຽງ​ເຊິ່ງ​​ຮັບປະກັນ​ເຮັດ​ໃຫ້​ຜູ້​ໂດຍສານ​ມີ​ຄວາມ​ສະຫວາດສະ​ເຫວີຍ​ທີ່​ສຸດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ