ຝ​ຣັ່ງ​ສຳ​ເລັດການ​​ເລືອກ​ຕັ້ງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ຮອບ​ທຳ​ອິດ
2017-06-12 10:43:46  cri 
ຕາມ​ຂ່າວ​ສານ​ຈີນ: ການ​ປ່ອນ​ບັດ​ຮອບ​ທຳ​ອິດ​ຂອງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນຝ​ຣັ່ງ​ໄດ້​ສຳ​ເລັດ​ແລ້ວໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້ ໂດຍຜົນ​ການ​ນັບ​ຄະ​ແນນ​ສຽງ​ເບື້​ອງ​ຕົ້ນ​ໃຫ້​ເຫັນ​ວ່າ, ​ຜູ້​ສະ​ໝັກ​ຈາກ​ຝ​ຣັ່ງ​ຂອງ​ທ່ານ​ເອັມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​​ມີ​ຄະ​ແນນ​ນຳ​ຝ່າຍອື່ນໆ​ຢ່າງຫຼວງຫຼາຍໂດຍ​ໄດ້​ 32,6% ແລະຈາກ​ນີ້​ຈິ່ງ​ຄາດ​ວ່າ ​ອາດ​ຈະ​ໄດ້​ສຽງ​ສ່ວນຫຼາຍ​​ໃນ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ.

ຜົນ​ການ​ນັບຄະ​ແນນ​ສຽງ​ໃນ​ເບື້ອງ​ຕົ້ນຫຼ້າ​ສຸດ ເປັນ​ຂະ​ບວ​ນ​ການ "ສາ​ທາ​ລະ​ນະ​ລັດ​ກ້າວ​ໜ້າ" ຂອງ​ທ່ານ​ມາ​ຄ​ຣົ​ງ​ໄດ້​ 32,6% ໃນ​ຮອບ​ທຳ​ອິດ ແລະ​ຄາດ​ວ່າ​ຈະ​​ໄດ້​ແຕ່ 415 ຫາ 445 ບ່ອນ​ນັ່ງ​ໃນ​ສະ​ພາ​ຜູ້​ແທນ​ໃນ​ຮອບ​ທີ​ສອງ ເຊິ່ງຫຼາຍກວ່າ​ເຄິ່ງ​ໜຶ່ງໃນ​ສະ​ພາ​ທີ່​ມີ 578 ບ່ອນ​ນັ່ງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ