ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ 540 ກວ່າ​ເລື່ອງ​​ສົ່ງ​ຮ່ວມ​​ໃນງານ​ຮູບ​ເງົາ​ໂທ​ລະ​ພາບ​ສາ​ກົນ​ຊຽງ​ໄຮ
2017-06-12 16:16:53  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ 540 ກວ່າ​ເລື່ອງ​​ໄດ້​ສົ່ງ​ເຂົ້າ​ຮ່ວມ​​ໃນງານ​ຮູບ​ເງົາ​ໂທ​ລະ​ພາບ​ສາ​ກົນ​ຊຽງ​ໄຮ 2017 ລວມ​ທັງ​ຈ​ະ​ສາຍ​ແລະ​ວາງ​ສະ​ແດງ​​ເປັນ​ເວ​ລາ​ເຄິ່ງ​ເດືອນ ເລີ່ມ​ແຕ່​ວັນ​ທີ 12 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ.

ຂ່າວ​ແຈ້ງ​ຕື່ມ​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ກາຍ​ເປັນ​ຫົວ​ຂໍ້​ຂອງງານ​ປີ​ນີ້ ໂດຍຈະ​​ໂຄ​ສະ​ນາ​​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ໃນ​ຫົວ​ຂໍ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ສະ​ເພາະ ແລະ​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ຮູບ​ເງົາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ​ຂະ​ນະ​ທີ່ສັບ​ປະ​ດາ​ຮູບ​ເງົາ​ເຈັກ​ກີ້​ຈັນກໍ​ໄດ້​ເລືອກ​ເອົາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຫົວ​ຂໍ້ເຊັ່ນ​ດຽວ​ກັນ. ນອກ​ນີ້​ໃນງານ​ດັ່ງ​ກ່າວ​ຍັງ​ຈະ​​ປະ​ກວດ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ, ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ​ກິດ​ຈະ​ກຳ​ຫົວ​ຄິດ​ປະ​ດິດ​ສ້າງ​ຕ່າງໆອີກດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ