ຈີນ​ແລະ​ກຳ​ປູ​ເຈຍ​ຈະ​ຮ່ວມ​ມື​ກັນ​ສ້າງ​ທາງ​ລົດ​ໄຟ
2017-06-12 16:57:25  cri 
ຕາ​ມ​ຂ່າວ​ສານ​ຈີນ: ທ່ານ​ຊຸນ​ຈັນ​ໂທ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍກ່າ​ວ​ໃນ​ໂອ​ກາດ​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ກຸ່ມ​ບໍ​ລິ​ສັດ​​ທີ 17 ​ທາງ​ລົດ​ໄຟ​ຈີນ ​ວ່າ, ການຍົກ​ລະ​ດັບ​​ພື້ນ​ຖານ​ໂຄ​ງ​ລ່າງ​ແລະ​ເຊື່ອມ​ຈອດ​ກັນ ຈະ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເລັ່ງ​ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ກຳ​ປູ​ເຈຍ ເຊິ່ງວິ​ສາ​ຫະ​ກິດ​ຈີນ​ມີ​ຄວາມ​ສາ​ມາດ​ຮ່ວມ​ກັບ​ວິ​ສາ​ຫະ​ກິດ​ກຳ​ປູ​ເຈຍ ​ສຶກ​ສາ​ຄົ້ນ​ຄວ້າ​ຄວາມ​ເປັນ​ໄປ​ໄດ້​ໃນ​ດ້ານ​ນີ້ ແລະ​​ມີ​ບາງຂໍ້​ສະ​ເໜີ ເພື່ອ​ປັບ​ປຸງ​ສະ​ພາບ​ທາງ​ລົດ​ໄຟ​ຂອງ​ກຳ​ປູ​ເຈຍ.

ເວັບ​ໄຊ​ສື່​ສານມວນ​ຊົນ​ທາງ​ການ​ຂອງ​ກະ​ຊວງ​ໂຍ​ທາ​ທິ​ການແລະ​ຂົນ​ສົ່ງ​ກຳ​ປູ​ເຈຍ​ລາຍ​ງານ​ວ່າ, ໃນ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ໂຄງ​ການ​ລົງ​ທຶນ​ທີ່​ຈະ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ພາຍ​ໃນ​ປະ​ເທດ​ກຳ​ປູ​ເຈຍ.

​ຂະ​ນະ​ທີ່​ໃນເດືອນ​ພຶດ​ສະ​ພາ​ປີ​ນີ້, ກຸ່ມ​ວິ​ສາ​ຫະ​ກິດ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ເຊັນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື" ວ່າ​ດ້ວຍ​ການ​ລົງ​ທຶນ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ຂອງ​ກຳ​ປູ​ເຈຍ ກັບ​ກຸ່ມ​ບໍ​ລິ​ສັດ​​ທີ 17 ​ທາງ​ລົດ​ໄຟ​ຈີນ ແລະ​ບໍ​ລິ​ສັດ​ເສິນ​ໂຈ່ວ​ສາງ​ເສິງ​ຈີນ​ຈຳ​ກັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ