ອິ​ສ​ຣາ​ແອນ​ຕົກ​ລົງຫຼຸດ​​ສະ​ໜອງ​ໄຟ້​ຟ້າໃຫ້ເຂດ​ກາ​ຊາ
2017-06-13 10:48:25  cri 
ໜັງ​ສື​ພິມ Gaarez ອິ​ສ​ຣາ​ແອນ​ສະ​ບັບວັນ​ທີ 12 ມິ​ຖຸ​ນາ​ນີ້ລາຍ​ງານ​ວ່າ:ວັນ​ດຽວ​ກັນ, ຄະ​ນະ​ປ້ອງ​ກັນ​ຊາດ​ຂອງ​ລັດ​ຖະ​ບານ​ອິ​ສ​ຣາ​ແອນ​ໄດ້ຕົກ​ລົງຫຼຸດ​ສະ​ໜອງ​ໄຟ​ຟ້າ​ໃຫ້​ເຂດ​ກາ​ຊາ.​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ອິ​ສ​ຣາ​ແອນ​​ທ່ານ​ໜຶ່ງ​ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ ​ສະ​ໜອງ​ໄຟ​ຟ້າ​​ໃຫ້​ເຂດ​ກາ​ຊາ​​ປະ​ມານ 40% ​ຈະ​ເຮັດ​ໃຫ້​​ເວ​ລາໃຊ້​ໄຟ​ຟ້າ​ຈາກ 6 ຊົ່ວ​ໂມງ​ຕໍ່​ມື້ເຫຼືອ​ພຽງ 2- 4 ຊົ່ວ​ໂມງ​ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​​ທ່ານ​ນີ້​ຢືນ​ຢັນ​ວ່າ: ຂໍ້​ຕົກ​ລົງ​ດັ່ງ​ກ່າວ​​ເປັນ​ຜົນ​ພວງ​ມາ​ຈາ​ການ​ໄດ້​ປະ​ສານ​ສົມ​ທົບ​ກັບ​ທ່ານ​ອາ​ບັ​ສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​​ແລ້ວ​ເພື່ອ​ເປັນ​ມາດ​ຕະ​ການ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ກຸ່ມຕໍ່​ຕ້ານ​ອິ​ສ​ລານ​ປາ​ແລັ​ສ​ຕິນຫຼື​ຮາ​ມາ​ສ​ທີ່ຄວບ​ຄຸມ​ເຂດ​ກາ​ຊາ.

ພາຍຫຼັງ​ໂຮງ​ງານໄຟ​ຟ້າ​​ທີ່​ມີພຽງ​ໜຶ່ງ​​ແຫ່ງ​ຂອງ​ເຂດ​ກາ​ຊາ​ຢຸດ​ຜະ​ລິດ​ໄຟ​ຟ້າ​ເມື່ອ​ກາງ​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ, ອິ​ສ​ຣາ​ແອນ​ໄດ້​ກາຍ​ເປັນ​ຜູ້​ສະ​ໜອງ​ໄຟ​ຟ້າ​ພຽງ​ໜຶ່ງ​ດຽວ​ໃຫ້​ແກ່​ເຂ​ດ​ກາ​ຊາ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ