ຄະ​ນະ​ຜູ້​ແທນ​ຊາວ​ໜຸ່ມ​ອິນ​ເດຍ​ສຳ​ຜັດ​ສະ​ເໜ່​ສິ​ລະ​ປະ​ດັ້ງ​ເດີມ​ຂອງ​ຈີນ
2017-06-13 14:29:26  cri 

ຄະ​ນະ​ຜູ້​ແທນຊາວ​ໜຸ່ມ​ອິນ​ເດຍ 100 ຄົນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຢູ່​ຈີນ​ນັ້ນ​ໄດ້​ເດີນ​ທາງ​ໄປ​ແລກ​ປ່ຽ​ນ​ຢ້ຽມ​ຢາມ​ໂຮງ​ລະ​ຄອນ​ສິ​ລະ​ປະ​ກາຍ​ຍະ​ສິນ​ແຂວງ​ຫູ​ນານ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້.

ຄະ​ນະ​ຊາວ​ໜຸ່ມ​ອິນ​ເດຍ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ຊົມ​ການ​ສະ​ແດງ​ງິ້ວ, ການ​ເສບ​ດົນ​ຕີ, ​ການ​ສະ​ແດງກາຍະ​ສິນ​​ຈາກ​ຄະ​ນະ​ສິ​ລະ​ປິນ​ທ້ອງ​ຖິ່ນ​​ເທົ່າ​ນັ້ນ, ຫາກຍັງ​ໄດ້​ສຳ​ຜັດ​ກັບ​ສະ​ເໜ່​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ສີ​ສັນ​​ແລະ​ດີ​ງາມ​ເປັນ​ຕົ້ນ ງີ້ວຮ​ວາ​ກູ​ແລະ​ອື່ນໆ. ຊາວ​ໜຸ່ມ​ອິນ​ເດຍ​ຕ່າງ​ກໍ​ຢືນ​ຢັນ​ວ່າ ຈາກ​ການ​ຢ້ຽມ​ຢາ​ເທື່ອ​ນີ້, ​ສາ​ມາດ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ແລະ​ສິ​ລະ​ປະ​ກຳ​ທີ່​ຍິ່ງ​ໃຫຍ່​ເລິກ​ເຊິ່ງຮອບ​ດ້ານ ທັງ​ໄດ້​ສຳ​ຜັດ​ຄວາມ​ເປັນ​​ເອ​ກະລັກ​ພິ​ເສດ​ຂອງ​ຕົວ​ເມືອງ​ຈີນ​ໄດ້​ຢ່າງ​ປະ​ທັບ​ໃຈ​ທີ່​ສຸດ.


1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ