ຈີນ-ປາ​ນາ​ມາ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ
2017-06-13 16:19:42  cri 

ທ່ານຮູ​ອັນ ຄາ​ໂລ​ສ ວາ​ເຮ​ລາ ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ປາ​ຖະ​ແຫຼງ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ​ວ່າ: ​ປະ​ເທ​ດ​ຕົນ​ແລະຈີນໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ແລ້ວຫຼັງວັນ​ທີ 13 ​ເດືອນ​ດຽວ​ກັນ, ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງສ​ປ ຈີນ,ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ປາ​ນາ​ມາ​ໄດ້​ລົງ​ນາມ​ໃນຖະ​ແຫຼງ​ການ​ຮ່ວມວ່າ​ດ້ວຍ​ການ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ.

ລັດ​ຖະ​ບານ​ສອງ​ປະ​ເທດ​ເຫັນ​ດີ​​​ພັດ​ທະ​ນາສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ ​ບົນ​ພື້ນ​ຖານ​​ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​ແລະ​ກັນ, ​ບໍ່​​ກ້າວ​ກ່າຍກັນ, ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ, ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ. ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປາ​ນາ​ມາ​​ຢືນ​ຢັນວ່າ​ໃນ​ໂລກ​ນີ້​ມີ​ປະ​ເທດ​ຈີນດຽວ​ເທົ່າ​ນັ້ນ​ແລະລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ກໍເປັນ​ລັດ​ຖະ​ບານ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ພຽງ​ໜຶ່ງ​ດຽວ​ທີ່​ຕາງ​ໜ້າ​ໃຫ້​ທົ່ວ​ປະ​ເທດ​ຈີນ, ​ສ່ວນໄຕ້​ຫວັນ​ເປັນ​ ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກຈີນ​​ໄດ້. ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປາ​ນາ​ມາ​ຈະ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ​ນັບ​ແຕ່​ວັນ​ທີ 13 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ ທັງ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ​ຈະ​ບໍ່​ມີ​ສາຍ​ພົວ​ພັນ​ທາງ​ການ​ໃດໆ​ກັບ​ໄຕ້​ຫວັນ​ຕໍ່​ໄປ​ອີກ ແລະ​ຈະ​ບໍ່​ດຳ​ເນີນ​ການ​ໄປ​ມາ​ຫາ​ສູ່​ໃນທາງ​ກາ​ນ​ໃດໆ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ