ສ້າງ​ຕັ້ງສະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ກະ​ສິ​ກຳ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່​ເມືອງ​ຄຸນ​ໝິງ​
2017-06-13 10:44:18  cri 
ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ກະ​ສິ​ກຳ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ທີ່ເນັ້ນການ​ຮ່ວມ​ມື​ແລະ​ການ​ ເພີ່ມ​ທະ​ວີ​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ກະ​ສິ​ກຳ ເພື່ອບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ນັ້ນໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ໝິງ​ແຂວງ​ຢຸນ​ນານ ສ​ປ ຈີນ​ໃນວັນ​ທີ 12 ມິ​ຖຸ​ນາ​ນີ້ ໂດຍກອງ​ປະ​ຊຸມ​ໄດ້ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ພ້ອມ​ທັງ​ປະ​ກາດ​ສ້າງ​ຕັ້ງ "ສະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະ​ສິ​ກຳ​ອາ​ຊີ​ໃຕ້​-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື IAAST-SSA"ຢ່າງ​ເປັນ​ທາງ​ການ.

"ສະ​ຫະ​ພັນ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ​ອາ​ຊີ​ໃຕ້-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້" ແມ່ນ​ເວ​ທີ​ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ແບບ​ສາ​ກົນ​ທີ່​ບໍ່ຂຶ້ນ​ກັບລັດ​ຖະ​ບານ,​ບໍ່​​ສະ​ແຫວງຫາ​ປະ​ໂຫຍດແລະ​ເປີດ​ປະ​ຕູ. ເພື່ອ​ເພີ່ມ​ທະ​ວີການ​ຮ່ວມ​ມື​ແລະ​ການ​ແລ​ກ​ປ່ຽນ​ບົດ​ຮຽນ​​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ພັນ​ເປັນ​ຕົ້ນ: ​ການ​​ເພາະແນວ​ພັນ​​ພືດ,ການ​ອະ​ນຸ​ລັກ​ພືດ,ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ,ການແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ແລະອື່ນໆ ທັງຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ​ໃນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕື່ມ​ອີກ ກໍ​ຄືຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ