ອາ​ຈານ​ແລະນັກ​ສຶກ​ສາ​ເມືອງ​ຫວູ້​ຮ້ານ​ແຂວງ​ຫູ​ເປີຍ​ 4000 ກວ່າ​ຄົນ​ຖ່​າຍ​ຮູບ​ຮ່ວມອຳ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ
2017-06-13 17:09:12  cri 


ວັນ​ທີ 12 ມິ​ຖຸ​ນາ​ນີ້, ອາ​ຈານ​ແລະ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຮ​ວາ​ຈົ່ງ ສ​ປ ​ຈີນ 4000 ກວ່າ​ຄົນ​ໄດ້​ອ້ອມ​ວົງ​ຖ່າຍ​ຮູບ​ລວມ. ອາ​ຈ​ານ​ແລະ​ນັກ​ສຶກ​ສາ​ທີ່​ຈົບ​ປະ​ລິນ​ຍາ​ຕີ​ 23 ຄະ​ນະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ຮ​ວາ​ຈົ່ງ​ 4000 ກວ່າ​ຄົນ​ໄດ້​ອ້ອມ​​ວົງ​​ໃຫຍ່​ຢູ່​ສະ​ໜາມ​ກິ​ລາ​ເຢ້ວ​ມິງ ເພື່ອຖ່າຍ​ຮູບ​ລວມ​ດ້ວຍ​​ການ​ວາດກ້ອງ​ຖ່າຍ​ຮູບ.ຫຼັງ​ຈາກ​ອັດ​ຮູບ​​ຂະ​ໜາດ​ໃຫຍ່​ທີ່​ຍາວ​ເກືອບ 8 ແມັດ ແລະ​ໄດ້ນຳ​ຮູບ​ຂຶ້ນ​ເນັດແລ້ວ, ນັກ​ສຶກ​ສາ​ກໍ​ສາ​ມາດ​ດາວ​ໂລດ​​ຮູບ​ໄດ້ລ້າໆ ເພື່ອ​ເປັນ​ທີ່​ລະ​ນຶກ​​ມື້ອຳ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄວາມ​ຊົງ​ຈຳ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ