ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ປະ​ເທດອ​າ​ຊີ​ໃຕ້​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ
2017-06-13 16:39:59  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 12 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ ສ​ປ ຈີນ​ໃນ​ວັນ​ທີ 12 ມິ​ຖຸນ​າ​ນີ້, ໄດ້​ເປີດ​ເຜີຍ​ວ່າ, 10 ປີ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊີ​ໃຕ້​ໄດ້​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ, ​ໂດຍບັນ​ລຸ​ເຖິງ 110 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ.

ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດອ​າ​ຊີ​ໃຕ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ທັງ​ໃນ​ດ້ານການ​ຄ້າ, ການ​ລົງ​ທຶນ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ​ແລະ​ອື່ນໆ. ຂະ​ນະ​ທີ່ປີ 2016, ຈີນ​ໄດ້​ລົງ​ທຶນ​ຢູ່​ປະ​ເທດ​ລຽບ​ຕາມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໂດຍ​ສ່ວນ​ຫຼາຍກວມ​ເອົາປະ​ເທດ​ອາ​ຊີ​ໃຕ້​. ​ຈາກ​ນັ້ນ, ເວ​ທີ​ປຶກ​ສາ​ຫາ​ລື​ເທື່ອ​ນີ້'​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: "internet+" ຊ່ວຍ​ຂະ​ແໜງ​ການ​ກະ​ສິ​ກຳ​ພັດ​ທະ​ນາ​ໃໝ່, ການ​​ຫາ​ລືລະ​ຫວ່າງ​ນັກ​ທຸ​ລະ​ກິດ​ຈີນ​ກັບ​ອິນ​ເດຍ, ​ການ​ໂຄ​ສະ​ນາ​ການ​ຄ້າ​ແລະ​ການ​ລົງ​ທຶນ​ດ້ານ​ການ​ທ່ອງ​ທ່ຽວ​ເນ​ປານ​ແລະ​ອື່ນໆ, ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊີ​ໃຕ້.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ​ບັນ​ດານັກ​ທຸ​ລ​ະ​ກິດ​ຈີນ​ໄດ້​ປຶກ​ສາ​ຫາ​ລື​ຄວາມເປັນ​ໄປ​ໄດ້​ໃນ​ການ​ລົງ​ທຶນ​ຢູ່​ປະ​ເທດ​ອາ​ຊີ​ໃຕ້, ​ແລະ​ກໍ​ມີວິ​ສາ​ຫະ​ກິດ​ຈີນ​ຈຳ​ນວນ​ໜຶ່ງ​ຍັງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອ​ງ​ສະ​ຫະ​ພາບ​ປະ​ເທດ​ອາ​ຊີ​ໃຕ້​ຫຼື SAARC.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ