ຈັດ​ສຳ​ມະ​ນາ​ການ​ຮ່ວ​ມ​ມື​ແລະ​ການ​ພັດ​ທະ​ນາ​​ເມືອງແຮກ​ສ່ຽວ​ສ​າ​ກົນ​ຄຸນ​ມິງ​ຮັບ​ຮອງ "ຂໍ້​ລິ​ເລີ່ມ​ຄຸນ​ມິງ"
2017-06-13 17:04:13  cri 

ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 13 ມິ​ຖຸ​ນາ​ນີ້, ງານ​ສຳ​ມະ​ນາ​ການ​ຮ່ວ​ມ​ມື​ແລະ​ການ​ພັດ​ທະ​ນາ​ເມືອງ​ແຮກ​ສ່ຽວ​ສ​າ​ກົນ​ຄຸນ​ມິງໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິງ​ແຂວງ​ຢຸນ​ນານ ສ​ປ ຈີນ. ​ໂດຍ​ມີຜູ້​ຕາງ​ໜ້າ​ຈາກ​ເມືອງ​ຄຸນ​ມິງ​​​ ສ​ປ ​ຈີນ, ​ນະ​ຄອນ​ຫຼວງວຽງ​ຈັນ​​ ສ​ປ​ປ​ ລາວ, ແຂວງ​ຊຽງ​ໃໝ່​ປະ​ເທດ​ໄທ, ເມືອງກ​ຣາ​ເຊ​ປະ​ເທດ​ຝ​ຮັ່ງ, ເມືອງ​ຈຸ​ຄັ​ສ​ຈຸ​ເລ​​ປະ​ເທດ​ແຟນ​ລັງ, ​ເມືອງ​ຄຸ​ຊິງ​ໃຕ້​​ປະ​ເທດ​ມາ​ເລ​ເຊຍ, ເມືອງ​ໂປກ​ຣາ​​ປະ​ເທດ​ເນ​ປານແລະເມືອງ​ຢາງ​ກຸງ​​ສະ​ຫະ​ພາບ​ມຽນ​ມາ, ​ຜູ້​ຊ່ຽວ​ຊານ​​ຈາກວິ​ສາ​ຫະ​ກິດ​ຈີນ, ​ຕ່າງ​ປະ​ເທດ​ແລະ​ຜູ້​ຕາງ​ໜ້າ​ສື່​ມວນ​ຊົນ 300 ກ​ວ່າ​ຄົນ​ເຂົ້າ​ຮ່ວມ, ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຫົວ​ຂໍ້ "ລົງ​ເລິກ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ, ແບ່ງ​ປັນ​ໂອ​ກາດໜຶ່ງ​ແລວ​ທາງໃນ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ເລິກ​ເຊິ່ງ.

ຜູ້​ຮ່ວມ​ປະ​ຊຸມ​​ຕ່າງ​ກໍ​ເຫັນ​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃໝ່, ​ຂຸດ​ຄົ້ນ​ທ່າແຮງ​ພັດ​ທະ​ນາ​ໃໝ່​ແລະ​ເປີດກວ້າງ​ຊ່ອງ​ທາງ​ການ​ພັດ​ທະ​ນາໃໝ່​ແລະ, ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ເມືອງ.

ກອງ​ປະ​ຊຸມ​ໄດ້​ຮັບຮ​ອງ​ເອົາ "ຂໍ້​ລິ​ເລີ່ມ​ຄຸນ​ມິງ" ແລະ​ໄດ້​ສະ​ເໜີ 5 ​ຂໍ້​ລິ​ເລີ່ມຄື: ໜຶ່ງ, ຮັກ​ສາ​ການ​ແລກ​ປ່ຽນ​​ໃນລະ​ດັບ​ລັດ​ຖະ​ບານ, ສອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ລະ​ດັບ​ວິ​ສາ​ຫະ​ກິດ, ສາມ, ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ພົນ​ລະ​ເຮືອນ, ສີ່, ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ສະ​ດວກກວ່າ​ເກົ່າ, ​ແລະ 5, ສ້າງ​ກົນ​ໄກ​ແລກ​ປ່ຽນ​ລະ​ຫວ່າງ​ເມືອງ​ແຮກ​ສ່ຽວ​ໃຫ້​ເປັນ​ປົກ​ກະ​ຕິ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ