ເຢຍລະ​ມັນ​ເລີ່​ມຄວບ​ຄຸມ​ຊາຍ​ແດນ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ກຸ່ມ G20
2017-06-13 22:04:39  cri 

ຕາມ​ຂ່າວສານ​ຈີນ: ຈາກ​ນີ້​ໄປ,ກອງ​ປະຊຸມ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ທີ່ຈະ​ຈັດ​ຂຶ້ນ​ຢູ່​​ເມືອງແຮມ​ເບີກປະ​ເທດ​ເຢຍລະ​ມັນຍັງ​ບໍ່​​ເຖິງໜຶ່ງ​ເດືອນ​ແລະ​ກ່ອນ​ຈະ​ເຖິງ​ວັນ​ນັ້ນ,ກະຊວງ​ພາຍ​ໃນ​ປະ​ເທດ​ດັ່ງກ່າວ​ໄດ້ປະກາດ​ໃນ​ວັນ​ທີ 12 ມິຖຸນາ​ນີ້​ວ່າ,​​ເມື່ອ​ພິຈາລະນາ​ເຖິງ​ຄວາມ​ປອດ​ໄພຂອງ​ກອງ​ປະຊຸມ​ສຸດ​ຍອດ,ປະ​ເທດ​ຕົນ​ຈະ​ເລີ່​ມ​ຄວບ​ຄຸມ​ຊາຍ​ແດນ​ລະຫວ່າງ​ປະ​ເທດ​ເຂດ​ເຊ​ນ​ເກນ​ນັບ​ແຕ່​ວັນ​ດັ່ງກ່າວ​ເປັນ​ຕົ້ນ​ໄປ.
​ເພື່ອ​ເຮັດ​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 8 ກໍລະກົດມີ​ຄວາມ​ປອດ​ໄພ,ກະຊວງ​ພາຍ​ໃນ​ເຢຍລະ​ມັນ​ກ່າວ​​ວ່າ,ຈະ​ໃຊ້ມາດ​ຕະການ​ຄວບ​ຄຸມ​ຊາຍ​ແດນນັບ​ແຕ່​ວັນ​ທີ 12 ມິຖຸນາ​​ເຖິງວັນ​ທີ 11 ກໍລະກົດ​​ໂດຍ​ເລັງ​ໃສ່​ຊາຍ​ແດນ​ທາງບົກ,ທາງ​ອາກາດ​ແລະ​ທາງ​ນ້ຳ​ພາຍ​ໃນ​ເຂດ​ເຊ​ນ​ເກນ. ຂະນະ​ດຽວ​ກັນ​ເຈົ້າ​ໜ້າ​ທີ່ກໍ​ໄດ້​ເຕືອນ​ຜູ້​​ເດີນທາງ​ຜ່ານ​ຊາຍ​ແດນ​ເຢຍລະ​ມັນ​ໃຫ້​ຖື​ໜັງ​ສື​​ເດີນທາງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ເຊັ່ນ​ໜັງສືຜ່ານ​ແຜນ​ຖືຕິດ​ຕົວ​​ນຳ.
ກະຊວງ​ພາຍ​ໃນ​ເຢຍລະ​ມັນ​ກ່າວ​ຕື່ມວ່າ,ມາດ​ຕະການ​ຄວບ​ຄຸມ​ຊາຍ​ແດນ​ຕົ້ນຕໍ​ກໍ​ຄືປ້ອງ​ກັນ​ກຸ່ມ​ອາ​ຊະ​ຍາກ​ອນຄວາມ​ຮຸນ​ແຮງ​ທີ່​ອາດ​ຈະ​ລອດ​ເຂົ້າປະ​ເທດ​ຕົນ​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ກຸ່ມ 20 ປະ​ເທດ​ປອດ​ໄພ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ