ການ​ສະ​ແດງ​ຟ້ອນ​ນົກ​ຍູງ​ຂອງເຜົ່າ​ລື້​ກິ່ງ​ແຂວງ​ເຕີ​ຫົງ​ຢຸນ​ນານໃນ​ງານ​ມໍ​ລະ​ດົກ​ສາ​ກົນ
2017-06-14 16:25:38  cri 

ງານ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ສາ​ກົນ​ເສິງ​ຕູ່​ຈີນ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ສວນ​ວາງ​ສະ​ແດງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ເມືອງ​ເສິງ​ຕູ່​ແຂວງ​ເສ​ສວນ ສ​ປ ຈີນ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ແລະ​ໃນໂອ​ກາດ​ດັ່ງ​ກ່າວ, ຄະ​ນະ​ສິ​ລະ​ປະ​ຈາກ​ເມືອງ​ຢຸ້ຍ​ລີ້​ກິ່ງ​ແຂວງ​ເຕີ​ຫົງ​ແຂວງ​ຢຸນ​ນານ​ໄດ້​ສະ​ແດງ​ການ​ຟ້ອນ​ນົກ​ຍູງ​​ຂອງເຜົ່າ​ລື້​ເຊິ່​ງ​ເຮັດ​ໃຫ້​ຜູ້​ຊົມ​ຕື່ນ​ຕາ​ຕື່ນ​ໃຈ​​ແລະ​ຮຽກ​ສຽງ​ຕົບ​ມື​ຊົມ​ເຊີຍຢ່າງ​ບໍ່​ຂາດ​ສາຍ.

ບົດ​ຟ້ອນ​ນົກ​ຍູງ​ເປັນ​ສັນ​ຍະ​ລັກ​ທີ່​ເກົ່າ​ແກ່​ບູ​ຮານ​ແລະ​ໂດດ​ເດັ່ນ​ທີ່​ສຸດ​ໃນ​ສັງ​ຄົມ​ເຜົ່າ​ລື້ ​ທັງ​ເປັນ​ເອ​ກະ​ລັກ​​ຂອງຊົນ​ເຜົ່າທັງ​ສ່ອງ​ແສງ​ໃຫ້​ເຫັນ​ຄ່າ​ນິ​ຍົມ​ຄວາມ​ງາມ​ຂອງ​ການ​ຟ້ອນ​ຕາ​ເວັນ​ອອກ. ​ຂະ​ນະ​ດຽວ​ກັນບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​​ຈາ​ລິ​ຍະ​ທຳ​ແລະມູນ​ເຊື້ອ​ທີ່​ດີ​ງາມ,​​ໂອບ​ອ້ອມ​ອາ​ລີ​ແລະ​ອື່ນໆ​ແລ້ວຍັງ​ເປັນ​ສັນ​ຍະ​ລັກ​ແຫ່ງ​​ການ​ສະ​ແຫວງ​ຫາ​​ຄວາມ​ເປັນສິ​ລິ​ມຸງ​ຄຸນ​ແລະຄວາມ​ສຸກ​​ໃນ​ຊີ​ວິດອີກ​ດ້ວຍ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ