ແຂວງ​ຢຸນ​ນານ​ຮ່ວມ​ມື​ກັບ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ສຸມ​ໃສ່​​ພັດ​ທະ​ນາ​ພະ​ລັງ​ງານ​ໃໝ່​ແລະ​ຕົວ​ເມືອງ​ທັນ​ສະ​ໄໝ
2017-06-14 11:17:55  cri 
ກອງ​ປະ​ຊຸມຖ່າຍ​ທອດ​ແລະ​ເຊື່ອມ​ຕໍ່​ດ້ານ​ເຕັກ​ນິກ​ຂອງ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງຄຸນ​ມິງ​ແຂວງ​ຢຸນ​ນານ​ຈີນ  ໂດຍວິ​ສາ​ຫະ​ກິດ​ຂອງ​ແຂວງ​ຢຸນ​ນານ ກັບ​ປະ​ເທດ​ໄທ ອິນ​ເດຍ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ແລະຖ່າຍ​ທອດ​ເຕັກ​ນິກໃນ 6 ໂຄງ​ການ.

ໃນ 6 ໂຄງ​ການ​ດັ່ງ​ກ່າວ, ໂຄງ​ການ​ຖ່າຍ​ທອດເຕັກ​ນິກ​ສ້າງ​ຕົວ​ເມືອງ​ທັນ​ສະ​ໄໝ, ໂຄງ​ການ​ຖ່າຍ​ທອດເຕັກ​ນິກ ແລະ​ຜະ​ລິດ​ຕະ​ພັນ​ພະ​ລັງ​ງານ​ແສງຕາ​ເວັນ, ໂຄງ​ການ​ຮ່ວມ​ມື​ເຕັກ​ນິກ​ພະ​ລັງ​ງານ​ໃໝ່​ແລະ​ພະ​ລັງ​ງານ​ທີ່​ໃຊ້​ຄືນ​ໄດ້ ແລະ​ໂຄງ​ການ​​ຖ່າຍ​ທອດ​ເຕັກ​ນິກ​ລົດຖີບ​ໝໍ້​ໄຟ ໄດ້​ຮັບ​ຄວາມ​ສົນ​ໃຈ​ສູງ ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ວ່າ ແຂວງ​ຢຸນ​ນານ​ ສ​ປ ​ຈີນ​ແລະ​ວິ​ສ​ຫາ​ກິດ​ອາ​ຊີ​ໃຕ້ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈະເຮັດ​ໃຫ້​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກເນັ້ນ​ໃສ່​ຂົງ​ເຂດ​ພະ​ລັງ​ງານ​ໃໝ່ ແລະ​ການ​ສ້າງຕົວ​ເມືອງ​ທັນ​ສະ​ໄໝ.

ພາຍ​ຫຼັງບໍ​ລິ​ສັດ​ອຸ​ປະ​ກອນ​ພະ​ລັງ​ງານແສງ​ຕາ​ເວັນ ຖ້າຍ​ປຽວ ເມືອງອີ້​ຊີ່​ແຂວງ​ຢຸນ​ນານ​​ໄດ້ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ປະ​ເທດ​ລາວ​ແລະ​ໄທ​ມາ​ແລ້ວນ ກໍ່ໄດ້​ເຊັນ​ສັນ​ຍາ​ກັບ​ອິນ​ເດຍ​ຕື່ມ​ອີກ ເຊິ່ງ​ທ່ານ​ຊຸຍຊຸນ​ຮວາ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ, ການ​ເຊັນ​ສັນ​ຍາ​ເທື່ອນີ້​ຈະສຸມ​ໃສ່​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ແສງຕາ​ເວັນ​ແລະ​ເຕັກ​ນິກ​ລົດ​ໝໍ້ໄຟ​, ນີ້ຖື​ວ່າ​ແມ່ນ​ທິດ​ທາງ​ຕົ້ນ​ຕໍຂອງ​ບໍ​ລິ​ສັດ​. ໃນຕໍ່ໜ້າ ສອງ​ຝ່າຍ​ຈະ​ສ້າງ​ສາ​ຂາ​ບໍ​ລິ​ສັດ​ຢູ່​ອິນ​ເດຍ ເພື່ອແນະ​ນຳ​ການ​ຜະ​ລິດ​ສິນ​ຄ້າ ແລະ​ຊີ້​ນຳ​ທາງ​ເຕັກ​ນິກ ແລ້ວ​ກ້າວ​ໄປ​ສູ່​ການ​ຮ່ວມ​ກັນ​ສ້າງ​ໂຮງ​ງານ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ