ສ​ປ​ປ ລາວ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ກັບ​ຈີນ​ແລະ​ອາ​ຊຽນ
2017-06-14 11:29:22  cri 
ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌​ຂອງ​ສ​ປ​ປ ລາວ​ສະ​ບັບ​ວັນ​ທີ 7 ມິ​ຖຸ​ນາ​ນີ້​ລາຍ​ງານ​ໂດຍ​ອີງ​ຕາມບົດ​ລາຍ​ງານ​ຂອງ​ກະ​ຊວງ​ຖະ​ແຫຼງ​ຂ່າວ,ການ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​​ປະ​ເທດ​ຕົນ​ວ່າ: ປີ 2016, ຍອດ​​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​​ເຂົ້າ​ມາ​ທ່ຽວ​​ລາວ​​ມີ​ເຖິງ 3 ລ້ານ 1 ແສນ​ຄົນ ໃນ​ນັ້ນ​ສ່ວນ​ຫຼາຍ​ມາ​​ຈາກ​ໄທ​ແລະ​ຫວຽດ​ນາມ. ຂະ​ນະ​ດຽວ​ກັນ,​ກໍມີ​ນັກ​ທ່ອງ​ທ່ຽວ​​​ຈີນປະ​ມານ 550.000ຄົນ​ເຂົ້າ​ມາ​ທ່ຽວ. ຈາກ​ນີ້,  ລາວ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ແລະ​ຈີນ​ຕື່ມ​ອີກ ທັງ​ຈະ​ສຸມ​ໃສ່​ພັດ​ທະ​ນາ​ແຫຼ່ງ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ ເປັນ​ຕົ້ນ​ແຫຼ່ງ​ທ່ອງ​ທ່ຽວ​ທາງວັດ​ທະ​ນະ​ທຳ​ແລະ​ທຳ​ມະ​ຊາດ​ອີກ​ຫຼາຍ​ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ