ຈີນ​ຈະ​ເປີດ​ບໍ​ລິ​ການ​ເສັ້ນ​ທາງ​ທ່ອງ​ທ່ຽວ​ທາງ​ທະ​ເລ​​ແຕ່​ຝາງ​ເຊີງ​ກາງ​ຫາ​ຍາ​ຈາງ​ແລະ​ດາ​ນັງຫວຽດ​ນາມ
2017-06-14 16:49:33  cri 
ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ:ເວັບ​ໄຊ​​ຂອງ​ຫວຽດ​ນາມລາຍ​ງານ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ວ່າ: ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ​ໄດ້​ເປີດ​ເຜີຍໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ວ່າ: ເສັ້ນ​ທາງ​ທ່ອງ​ທ່ຽວ​ທາງ​ທະ​ເລ​​ແຕ່​ເມືອງ​ຝາງ​ເຊີງ​ກາງ​ໄປຍາ​ຈາງ​ແລະ​ດາ​ນັງຫວຽດ​ນາມ​​ດ້ວຍ​ກຳ​ປັ່ນຈະ​ເລີ່ມໃນ​ວັນ​ທີ 29 ສິງ​ຫາ​ປີ​ນີ້ ໂດຍກຳ​ປັ່ນ​ ດັ່ງ​ກ່າວ​ມີ​ຄວາມ​ຍາວ​ເຖິງ 180 ແມັດ,ກວ້າງ 25 ແມັດ, ແລະສາ​ມາດ​ບັນ​ທຸກ​ນັກ​ທ່ອງ​ທ່ຽວ​ໄດ້ 960 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ