ເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ
2017-06-14 17:07:13  cri 


   ຕາມຂ່າວ CRI: ພິທີເຊັນສັນຍາປະຕິບັດໂຄງການທົດລອງການຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນໄດ້ຈັດ
ຂຶ້ນຢູ່ກະຊວງກະສິກຳແລະປ່າໄມ້ ສປປ ລາວໃນວັນທີ 14 ມິຖຸນານີ້ລະຫວ່າງ ຈິດ ທະວີໃສຫົວໜ້າຫ້ອງການ
ແຜນການແລະພົວພັນຕ່າງປະເທດ ຄພທສ ກະຊວງກະສິກຳແລະປ່າໄມ້ລາວ ແລະທ່ານ ຫວາງຊິ່ຮຸຍ ທີ່ປຶກ
ສາເສດຖະກິດການຄ້າສະຖານທູດສປຈີນປະຈຳສປປ ລາວ ໂດຍການເປັນສັກຂີພິຍານຂອງທ່ານພວງປາຣີສັກ
ປຮະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສະກຳແລະປ່າໄມ້ ລາວ.

ໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫລືອຈາກກະຊວງການຄ້າ ສປ ຈີນ ເຊິ່ງ​ເປັນ​ການ​ຊ່ວຍ​ເຫຼືອໃນຂອບການ
ຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ​ນັ້ນ​ຈະ​ເລັ່ງ​ໃສ່​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ຂະ​ແໜງການ​ສຶ​ກ​ສາ,
ສາ​ທາ​ລະ​ນະ​ສຸກ,ກິ​ລາ,ປັບປຸງຊີວິດການເປັນຢູ່ຂອງກະສິກອນ, ການສ້າງຄວາມສາມາດແລະການຊ່ວຍເຫລືອ
ດ້ານເຕັກນິກໃຫ້​ແກ່ບ້ານຊໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ແລະ ບ້ານຊຽງລ້ອມ ເມືອງແລະແຂວງ
ຫລວງພະບາງ. ທັງ​ນີ້​ອົງ​ການ​ປົກ​ຄອງ​ບ້ານ​ເປົ້າ​ໝາຍໄດ້ສຳເລັດການກະກຽມການຈັດຕັ້ງ-ພະນັກງານ, ພື້ນທີ່ແລະ
ອື່ນໆແລ້ວ.


ໂຄງການດັ່ງກ່າວຈະນຳໃຊ້ທຶນແລະເຕັກນິກຂອງລັດຖະບານ ສປ ຈີນ​ທີ່​ເປັນ​ປະ​ສົບ​ການໃນການຫລຸດຜ່ອນ
ຄວາມທຸກຍາກຢູ່ເຂດຊົນນະບົດ ເພື່ອສ້າງເປັນໂຄງການສາທິດ​ການ​ຮ່ວມ​ມື​ແກ້​ໄຂ​ຄວາມທຸກຍາກ​ຢູ່ ສປປ ລາວ
ກໍຄື​ອາຊີ​ຕາ​ເວັນ​ອອກແລະ​ທີ່​ສຳ​ຄັນເພື່ອຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ