ເກີດ​ເຫດ​ປຸ້ນ​ຢູ່ນະຄອນ​ຫຼວງຈາ​ກາ​ຕາ​ຢ່າງ​ຕໍ່​ເນື່ອງ​ສົ່ງ​ຜົນ​ເຮັດ​ໃຫ້​​ສອງ​ຄົນ​ຖືກ​ປຸ້ນ​ເສຍ​ຊີວິດ​ຊີວິດ
2017-06-14 22:12:28  cri 
​ຕາມ​ຂ່າວສານ​ຈີນ:​ເວລາ​ປະມານ​ 13 ​ໂມງ 40 ນາທີ​ຂອງ​ວັນ​ທີ 12 ມິຖຸນາ​ນີ້,​ໄດ້​ເກີດ​ເຫດ​ຖື​ປືນ​ປຸ້ນ​​ອີກ​ເທື່ອ​ໜຶ່ງ​ຢູ່​ນະຄອນຫຼວງຈາ​ກາ​ຕາ​ອິນ​ໂດ​ເນ​ເຊຍ​ໂດຍ​ຄົນ​ຮ້າຍ​ສອງ​ຄົນ​ໄດ້​ບຸກ​ເຂົ້າ​ເຮືອນ​ຫຼັງໜຶ່ງ​ຢູ່​ດັງ​ກະ​ລັງ​ຫວັງ​ລັກ​ເອົາ​ລົດຈັກ​ຮອນ​ດາ ຄັນ​ໜຶ່ງ​ໃນ​ເດີ່ນ​​ເຮືອນ​ຫຼັງດັ່ງກ່າວ.
​ຂ່າວ​ແຈ້ງວ່າ,ຄົນ​ຮ້າຍ​ໄດ້​ແລ່ນ​ໜີ​ຫຼັງ​ເຫັນສອງ​ແມ່ລູກ​ຢູ່​ໃນ​ເຮືອນ​ແລະ​ຂະນະ​ນັ້ນ​ລູກ​ສາວ​ເຈົ້າ​ຂອງ​ເຮືອນ​ໄດ້​ຖື​ຟ​ອຍ​ແລ່ນ​ອອກ​ເຮືອນ​ໄລ່​ຕີ​ຄົນ​ຮ້າຍ​ແລະ​​ໃນ​ເວລາ​ຕໍ່​ມາ,ຄົນ​ຮ້າຍ​ຄົນ​ໜຶ່ງ​ໄດ້​ຈົກ​ປືນ​ສັ້ນອອກ​ມາ​ແລ້ວ​ຍິງ​ຖືກ​​ເອິກສາວ​ຄົນ​ນັ້ນ​ຈົນ​ເສຍ​ຊີວິດ​ຄາ​ທີ່.ຈາກ​ນັ້ນ​ຄົນ​ຮ້າຍ​ທັງ​ສອງ​​ຈຶ່ງ​ຂີ່​ລົດຈັກ​ຂອງ​ຕົນ​ແລ່ນ​​ອອກ​ຈາກ​ບ່ອນ​ເກີດ​ເຫດ.
ນີ້​ແມ່ນ​ເຫດການ​ປຸ້ນ​ແລະ​ສັງຫານ​ຄົນ​ເປັນ​ເທື່ອ​ທີ​ສອງ​ທີ່​ເກີດ​ຂຶ້ນ​ຢູ່​ຈາ​ກາ​ຕາ​ພາຍ​ໃນ​ເວລາ 4 ມື້​ເຊິ່ງ​ເຈົ້າ​ໜ້າສຳນັກງານ​ໃຫຍ່​ກົມ​ຕຳຫຼວດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ປັດຈຸບັນ​ພວມ​ຢູ່​ໃນ​ໄລຍະ​​ເດືອນ​ຖື​ສິນ​ອົດ​ແລະ​​ໃກ້​ສິ້ນ​ສຸດບຸນ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້ການ​ປຸ້ນ​ແລະການ​ກໍ່​ອາ​ຊະ​ຍາ​ກຳ​ດ້ວຍຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢ່າງ​ຕໍ່ເນື່ອງ,​ຈາກ​ນີ້,ເຈົ້າ​ໜ້າ​ທີ່​ຕຳຫຼວດຈະສຸມ​ໃສ່​ບໍລິການ​ປ້ອງ​ກັນ​ຜູ້​ທີ່​ຖື​ເງິນສົດ​​ເປັນຈຳນວນ​ຫຼາຍ​ໂດຍ​ບໍ່​ເສຍ​ຄ່າ​ແລະ​ຖ້າຜູ້​ໃດ​​ຕ້ອງການກໍ​ສາມາດ​ໂທ​ຫາ​ເຂດ​ຕຳຫຼວດ,ສຳນັກງານ​ຕຳ​ຫຼວດຫຼືກົມ​ຕຳ​ຫຼວດ​ແລະ​ສາມາດ​ໃຫ້​ທະນາຄານ​ຕິດ​ຕໍ່​ກັບ​ຕຳຫຼວດທ້ອງ​ຖິ່ນ​ເພື່ອ​ຂໍ​ໃຫ້​ສົ່ງ​ເຈົ້າ​ໜ້າ​ທີ່​ຕຳຫຼວດຄຸ້ມ​ຄອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ