ສ.​ເກົາຫຼີກາຍ​ເປັນ​ແຫຼ່ງລົງທຶນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ
2017-06-14 22:20:37  cri 
​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ​ລາຍ​ງານ​ວ່າ: ສຳນັກ​ຂ່າວສານ​ຫວຽດນາມ​ລາຍ​ງານ​ໃນ​ວັນ​ທີ 12 ມິຖຸນາ​ນີ້​ວ່າ,ບໍລິສັດ​ສົ່ງ​ເສີມ​ກາ​ນຄ້າ​ແລະ​ການ​ລົງທຶນ​ສ.​ເກົາຫຼີຫຼື KOTRA ​ໄດ້​ເປີດ​ເຜີຍ​​ວ່າ,ມາ​ຮອດ​ທ້າຍ​ປີ 2016,ປະ​ເທດ​ຕົນ​ໄດ້​ລົງທຶນ​ຢູ່​ຫວຽດ​ນາມ​ຫຼາຍກວ່າ 50 ຕື້​ໂດ​ລາ​ສະຫະລັດ​ແລະ ກາຍ​ເປັນ​ແຫຼ່ງທຶນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ. ລາຍ​ງານ​ລະບຸ​ວ່າ,ນັບ​ແຕ່​ປີ 1988 ຮອດ​ທ້າຍ​ປີ 2016,​ວິ​ສາ​ຫະກິດ​ປະ​ເທດດັ່ງກ່າວ​ໄດ້​ຫຼັ່ງ​ໄຫຼ​ເຂົ້າ​​ໄປ​ລົງທຶນ​​ເຖິງ 50 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ​ໂດຍກວມ​ເອົາ​ຍອດ​ມູນ​ຄ່າ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່ປະ​ເທດ​ຕົນ 30,8%​ແລະ​ໃນ 5773 ​ໂຄງການ​ນັ້ນ​ຕົ້ນຕໍ​​ໄດ້ລົງທຶນ​ໃສ່​ຂົງ​ເຂດ​ອຸດສາຫະກຳ​ການ​ຜະລິດ​71%,ອະສັງຫາລິ ມະ​ຊັບ 14,8%,ການ​ກໍ່ສ້າງ 5,4%.ຂະນະ​ທີ່​ຍີ່ປຸ່ນ​ລົງທຶນ​ຢູ່​ຫວຽ​ດນາມ 42 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ເປັນອັນ​ດັບ​ສອງ,ສິງກະ​ໂປ 38 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ​ເປັນ​ອັນ​ດັບ​ 3 ,​ໄຕ້​ຫວັນ​ຈີນ 31 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ​ເປັນ​ອັນ​ດັບ​ 4 ​ແລະ​ໝູ່​ເກາະ​ເວີ​ຈິນທີ່​ຂຶ້ນ​ກັບ​ອັງກິດ 20 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ​ເປັນ​ອັນ​ດັບ 5.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ