ຍານດຳ​ນ້ຳ "ຈຽວຫຼົງ" ສຳ​ເລັດ​ການ​ດຳ​ນ້ຳ​ເທື່ອ​ສຸດ​ທ້າຍ​​ຂອງການ​ເດີນ​ເຮືອ​ໃນ​ມະ​ຫາ​ສະ​ໝຸດ​ເທື່ອ​ທີ 38
2017-06-14 16:22:22  cri 

ວັນ​ທີ 13 ມິ​ຖຸ​ນາ​ນີ້, ຍານ​ດຳ​ນ້ຳ "ຈ​ຽວຫຼົງ" ໄດ້​ສຳ​ເລັດ​ການ​ດຳ​ນ້ຳ​ເທື່ອ​ສຸດ​ທ້າຍ​ຂອງ​ການ​ເດີນ​ເຮືອ​ໃນ​ມະ​ຫາ​ສະ​ໝຸດ​ເທື່ອ​ທີ 38 ແລະພາຍຫຼັງ​ສຳ​ເລັດ​ໜ້າ​ທີ່​ແລ້ວ, ຄະ​ນະ​ນັກ​ວິ​ຊາ​ການ​ໄດ້​ຖ່າຍ​ຮູບ​​ລວມ​ເພື່ອ​ເປັນ​ທີ່​ລະ​ນຶກ. ເວ​ລາ 14 ໂມງ 39 ນາ​ທີ​ຂອງ​ມື້​ດຽວ​ກັນ, ຍານດຳ​ນ້ຳ "ຈ​ຽວຫຼົງ" ໄດ້​ສຳ​ເລັດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ພື້ນ​ທະ​ເລ​ຫຼັງ​ໃຊ້​ເວ​ລາ 3 ຊົ່ວ​ໂມງ 16 ນາ​ທີ​, ແລ້ວ​ໄດ້​ນຳ​ນັກ​ດຳ​ນ້ຳ​ຈີນ 3 ຄົນ​​ຂຶ້ນຈາກ​ພື້ນ​ທະ​ເລ​ທີ່​ເລິກ 6684 ແມັດ. ຫຼັງ​ຈາກ​ນັ້ນ 31 ນາ​ທີ, ​ກໍໄດ້​ກັບມາຮອດ​ເຮືອ​ສຳຫຼວດ​ວິ​ທະ​ຍາ​ສາດ​ "ຊ້ຽງ​ຢ໋າງ​ຫົງ 09" ເຊິ່ງ​ເປັນ​ການ​ດຳ​ນ້ຳ​ເທື່ອ​ສຸດ​ທ້າຍ​​ຂອງການ​ເດີນ​ເຮືອ​ໃນມະ​ຫາ​ສະ​ໝຸດ​ຈີນ​ເທື່ອ​ທີ 38.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ