5 ເດືອນ​ປີ​ນີ້ ຈີນສ້າງວຽກ​ເຮັດ​ງານ​ທຳ​​ໄດ້​ເກືອບ 6 ລ້ານ​ຄົນ
2017-06-15 16:48:00  cri 
ວັນ​ທີ 14 ມິ​ຖຸ​ນາ​ນີ້ ຢູ່​​ປັກ​ກິ່ງ, ທ່ານ ລີວ​ອ້າຍ​ຮ​ວາ ໂຄ​ສົກຂອງ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ໃນ 5 ເດືອນ​​ຂອງ​ປີ​ນີ້, ສາ​ມາດສ້າງວຽກ​ເຮັດ​ງານ​ທຳ​ທັງ​ຢູ່​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ໄດ້ 5.990.000 ຄົນ ​ເຊິ່ງ​ເພີ່ມ​ຂຶ້ນ 220.000 ຄົນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາ ແລະ ເມື່ອ​ທຽບ​ໃສ່​ເປົ້າ​ໝາຍ​ທີ່ລັດ​ຖະ​ບານ​​ກຳ​ນົດ​ໄວ້​ໃນ​ຕົ້ນ​ປີ​ນີ້ 11 ລ້ານ​ຄົນນັ້ນ ຖື​ວ່າ​ບັນ​ລຸ​ແລ້ວ 54,4%.

ທ່ານ ລີວ​ອ້າຍ​ຮ​ວາ​ ກ່າວຕື່ມ​ວ່າ: ເຖິງວ່າ​ຄວາມ​ໄວ​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໃນ​ 2 ປີ​ຜ່ານ​ມາ​ໄດ້​ຊ້າ​ລົງ​ເລັກໜ້ອຍ​​ກໍ​ຕາມ, ແຕ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດກໍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ການ​ສ້າງວຽກ​ເຮັດ​ງານ​ທຳ​ກໍ​ໄດ້​ເພີ່ມ​ຂຶ້ນ. ຂະ​ນະ​ດຽວ​ກັນ, ຄວາມ​ເປັນ​ໄປ​ໄດ້ໃນການ​ປະ​ກອບ​ອາ​ຊີບ​​ທີ່​ເປັນຜົນ​​ມາຈາກ​ການ​​ປັບ​ປຸງ​ໂຄງ​ປະ​ກອບ​​ອຸດ​ສາ​​ຫະ​ກຳ​ກໍ​ໄດ້​ເພີ່​ມ​ທະ​ວີ​ຂຶ້ນ. ຂະ​ແໜງ​ການ​ບໍ​ລິ​ການ​ກໍກວມ​ອັດ​ຕາ​ສ່ວນ​ນັບ​ມື້​ເພີ່ມ​ຂຶ້ນ ໂດຍ​​ຫຼາຍ​ຂະ​ແໜງ​ການ​ທີ່​ຕ້ອງ​ການແຮງ​ງານ​ຫຼາຍ ກໍສາ​ມາດ​ດຶງ​ດູດ​ໃຫ້​ເຂົ້າ​ມາ​ປະ​ກອບ​ອາ​ຊີບ​ໄດ້​ຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ