ຈີນ​ມີ​ຜະ​ລິດ​ຕະ​ພັນ 4 ແສນກວ່າ​ຊະ​ນິດ​ຜ່ານ​ການກວດ​ກາ​ເຄື່ອງໝາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ
2017-06-15 10:39:33  cri 
​​ເຄື່ອງໝາ​ຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ສິ່ງ​ສຳ​ຄັນ​​ໃນການ​ບໍ​ລິ​ໂພກ​ສີ​ຂຽວ​ຂອງ​ຈີນ, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ແລະ​ການ​ປະ​ຢັດ​ໃຊ້​ຊັບ​ພະ​ຍາ​ກອນ​ແລະ​ພະ​ລັງ​ງານ. ​ດ້ວຍ​ຄວາມ​ສຳ​ຄັນ​ດັ່ງ​ກ່າວ​ແລະມາ​ຮອດ​ປັດ​ຈຸ​ບັນ, ​ຈີນ​​ມີ​ແຜນ​ອອກມາດ​ຕະ​ຖານ​ຜະ​ລິດ​ຕະ​ພັນ 99 ຂໍ້, ​ແຕ່​ໄດ້​ມີຜະ​ລິດ​ຕະ​ພັນ 4 ແສນກວ່າ​ຊະ​ນິດ​ຈາກວິ​ສາ​ຫະ​ກິດ 4000 ກວ່າ​ແຫ່ງ​​ສາ​ມາດ​ໄດ້​ຜ່ານ​ການກວດ​ກາເຄື່ອງ​ໝາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.
ທ່ານ​ເຢີນ​ຢຸງ, ຫົວ​ໜ້າ​ສູນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນຂອງ​ກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ການບໍ​ລິ​ໂພກ​ສີ​ຂຽວ​ກໍ​ຄື​ຮູບ​ການ​ບໍ​ລິ​ໂພກ​ທີ່​ປະ​ຢັດ​ຊັບ​ພະ​ຍາ​ກອນ​ແລະ​​ເປັນມິດ​ຕໍ່​ສິ່ງ​ແວດ​ລ້ອມ. ​

ໂດຍເລີ່ມ​ແຕ່​ປີ 2006, ຈີນ​ໄດ້​ຈັດ​ຜະ​ລິດ​ຕະ​ພັນ​ທີ່​ມີເຄື່ອງ​ໝາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເຂົ້າ​ໃນ​ບັນ​ຊີ​ຈັດ​ຊື້​ຂອງ​ລັດ​ຖະ​ບານ. ​ແລະຮອດ​ປີ 2015, ຜະ​ລິດ​ຕະ​ພັນ​ທີ່​ມີເຄື່ອງ​ໝາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ໄດ້​ກວມ 81,5% ​ຂອງ​ຜະ​ລິດ​ຕະ​ພັນ​ປະ​ເພດ​​ດຽວກັນ​​ໃນການ​ຈັດ​ຊື້​​ຂອງ​ລັດ​ຖະ​ບານ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ