ຈີນ​ສ້າງ​ຕັ້ງ​ສຳນັກງານ​ທ່ອງທ່ຽວ​ປະຈຳບາງກອກ
2017-06-15 12:09:25  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສຳນັກງານ​ທ່ອງທ່ຽວ​ຈີນ​ປະຈຳ​ບາງກອກ​ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ບາງ​ກອກ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ມິຖຸນາ​ນີ້​​ແລະ​ຖື​ວ່າ​ເປັນ​ແຫ່ງ​ທີ 22 ທີ່​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຕ່າງປະ​ເທດ.
ທ່ານ​ຫວັງ​ສຽວ​ເຟີງ ຮອງ​ຫົວໜ້າອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ເປີດ​​ວ່າ,​ໄທ​ເປັນ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທັງ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ​ແລະ​ວັດທະນະທຳ​ທີ່​ມີ​ເອກະລັກ​ຂອງ​ຕົນ. ​ຂະນະ​ດຽວ​ກັນ​ກໍ​ເປັນ​​ໜຶ່ງ​ໃນ​ປະ​ເທດທີ່​ກາຍ​ເປັນ​​ເປົ້າ​ໝາຍ​ການທ່ອງທ່ຽວ​ກ່ອນໝູ່ຂອງ​ພົນລະ​ເມືອງຈີນ​ທັງ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ແລະ​ເປົ້າ​ໝາຍ​ການທ່ອງທ່ຽວ​ທີ່​ສຳຄັນ​ກັບ​ຈີນ​.ການ​ສ້າງ​ຕັ້ງ​ສຳນັກງານ​ທ່ອງ​ທ່ຽວ​ຢູ່​ບາງກອກ​​ເປັນ​ຜົນ​ມາຈາກ​ການແລກປ່ຽນ​ການ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ແລະ​​ເປັນ​ຜົນ​ຈາກ​ການ​ລົງ​ເລິກ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".
​ສຳນັກງານ​ທ່ອງ​ທ່ຽວ​ຈີນ​ປະຈຳ​ບາງກອກ​​ມີໜ້າ​ທີ່ໂຄສະນາ​ປະຊາສຳພັນການທ່ອງທ່ຽວ​ປະ​ເທດ​ຈີນ​ແລະ​ຮັບ​ຜິດຊອບ​ການ​ສຳ​ຫຼວດຕະຫຼາດການທ່ອງທ່ຽວ​ແລະ​ການ​ໂຄສະນາ​ປະຊາສຳພັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ