ເດືອນທຳ​ອິດ​ສົກ​ປີ​ນີ້ມຽນມາ-ອາ​ຊຽນບັນລຸ​ມູນ​ຄ່າ​ການ​ຄ້າ​ 700 ລ້ານ​ໂດ​ລາ​ສະຫະລັດ
2017-06-15 12:17:51  cri 
​ກະຊວງ​ການ​ຄ້າ​ມຽນມາ​ເປີດ​ເຜີຍ​​ວ່າ,​​ໃນເດືອນ​ທຳ​ອິດ​ຂ​​ອງສົກ​ປີ 2017 ຫາ 2018 ຄື​ນັບ​ແຕ່​ວັນ​ທີ 1 ​ເມສາ​ຮອດ​ວັນ​ທີ 1 ພຶດສະພາ,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ມຽນມາ​​ແລະ 9 ປະ​ເທດ​ໃນ​ອາ​ຊຽນ​ບັນລຸ​ເຖິງ 700 ລ້ານ​ໂດ​ລາ​ສະຫະລັດ​,​ໃນ​ນີ້​ມູນ​ຄ່າ​ສົ່ງ​ອອກ 308 ລ້ານ​ໂດ​ລາ​ສະຫະລັດ​ແລະ​ນຳ​ເຂົ້າ 407 ລ້ານ​ໂດ​ລາ​ສະຫະລັດ​ໂດຍ​​ໄທ​ໄດ້​ເປັນອັນ​ດັບ​ໜຶ່ງ​ຄື​ບັນລຸ​ເຖິງ 290 ລ້ານ​ໂດ​ລາ​ສະຫະລັດ;ຖັດມາ​ແມ່ນສິງ​ກະ​ໂປ 252 ລ້ານ​ໂດ​ລາ​ສະຫະລັດ​ແລະມາ​ເລ​ເຊຍ 67 ລ້ານ​ໂດ​ລາ​ສະຫະລັດ.ສ່ວນມູນ​ຄ່າ​ການ​ຄ້າ​ລະຫວ່າງ​ບຼູ​ໄນ,ລາວ​ແລະ​ກຳປູ​ເຈຍ​ນັ້ນ​ມີ​ບໍ່​ເຖິງ 5 ​ແສນ​ໂດ​ລາ​ສະຫະລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ