​ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ເຕືອນ​ການ​ຫຼຸດການ​ສະໜອງ​ໄຟຟ້າ​ໃຫ້​ແກ່​ເຂດ​ກາ​ຊາ​ຈະ​ສົ່ງ "ຜົນກະທົບ​ຮ້າຍ​ແຮງ"
2017-06-15 22:12:20  cri 
ຕາມຂ່າວສານ​ຊິນ​ຮວາ: ທ່ານ​ໂຣ​ເບີດ ​ເປັບ​ເປີ ​ເຈົ້າ​ໜ້າ​ທີ່​ປະສານ​ງານ​ການ​ຊ່ວຍ​ເຫຼືອ​ແລະ​ພັດທະນາ​ແບບ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະ​ຈຳ​​ເຂດ​ທີ່​ຖືກ​ຍຶດຄອງ​ຂອງ​ປາ​​​​ແລັສຕິນ​ເຕືອນ​ໃນ​ວັນ​ທີ 14 ມິຖຸນາ​ນີ້​ວ່າ,ຖ້າ​ອິດ​ສະລະ​ແອນ​​ຕົກລົງ​ຫຼຸດການ​ສະໜອງ​ໄຟຟ້າ​​ໃຫ້ແກ່​ເຂດ​ກາ​ຊາຍ່ອມ​ຈະ​​ເຮັດ​ໃຫ້ການ​ບໍລິການທີ່​ເປັນ​ພື້ນຖານ​​ສຳຄັນ​ເຊັ່ນ​ສາທາລະນະ​ສຸກ,ການ​ສະໜອງ​ນ້ຳ​ແລະ​ການ​ບຳບັດ​ນ້ຳ​​ເປື້ອນ​ເປັນ​ຕົ້ນ​​ເປັນ​ອຳມະພາດ​ແລະ​ຈະ​ສົ່ງ "ຜົນກະທົບ​ຮ້າຍ​ແຮງ"​ໃຫ້​ແກ່​ເຂດ​ດັ່ງກ່າວ.
​ແນວ​ໃດ​ກໍ​ດີ,ທ່ານ​ເປັບ​ເປີ​ຮຽກຮ້ອງ​ໄດ້​ອົງການ​ປົກຄອງ​​ແຫ່ງ​ຊາດ​ປາ​​ແລັສຕິນຫຼື PNA ,ຂະ​ບວນການ​ອິສລາມຕໍ່ຕ້ານຂອງ​ປາ​​ແລັສຕິນຫຼື HAMAS ​ແລະ​ອິດສະ​ລາ​ແອນ​ໂດຍ​ໃຫ້ທັງ​ສາມ​ຝ່າຍ​ຖື​ເອົາ​ຜົນ​ປະ​ໂຫຍ​ດລວມ​ຂອງ​ພົນລະ​ເມືອງ​ເຂດ​ກາຊາ​ເປັນ​ສຳຄັນ​ແລະພົນລະ​ເມືອງ​ເຂດ​ກາ​ຊາກໍ​ບໍ່​ຄວນ​ການ​ເປັນ​ເຫຍື່ອ​ຂອງ​ການ​ຕໍ່ສູ້​ທາງ​ການ​ເມືອງ.
​ເມື່ອ​ມໍ່ໆ​ມາ​ນີ້,ຄະນະ​ລັດຖະບານ​ຄວາມ​ໝັ້ງຄົງ​ອິດ​ສະລະ​ແອນ​ໄດ້​ຕົກລົງ​ຫຼຸດການ​ສະໜອງ​ໄຟຟ້າ​ປະມານ 40% ​ໃຫ້​ແກ່ເຂດ​ກາຊາ​ໂດຍ​ຈະ​ເຮັດ​ໃຫ້​ເວລາ​ສະໜອງ​ໄຟຟ້າ​ຫຼຸດ​ຈາກ 6 ຊົ່ວ​ໂມງ​​ເປັນ 2 ຫາ 4 ຊົ່ວ​ໂມງຕໍ່​ມື້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ