ທະ​ນາ​ຄານ​ກາງ​ເອີ​ລົບ​ເພີ່ມ​ຄັງ​ສຳ​ຮອງ​ເງິນຢວນ​ຈີນ
2017-06-15 11:05:30  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທະ​ນາ​ຄານ​ກາງ​ເອີ​ລົບ​ຖະ​ແຫຼງ​ໃນ​ວັນ​ທີ 13 ມິ​ຖຸ​ນາ​ນີ້​ວ່າ, ຫົກ​ເດືອນ​ຕົ້ນ​ປີ​ນີ້, ທະ​ນາ​ຄານ​​ຕົນ​ໄດ້​ເພີ່ມ​ຄັງ​ສຳ​ຮອງ​ເງິນຢວນ​ຈີນ​ທີ່​ມີ​ມູນ​ຄ່າ 500 ລ້ານ​ເອີ​ໂຣ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ໃນຫຼາຍ​ປີ​ມໍ່​ໆ​ມາ​ນີ້, ເງິນຢວນ​ຈີນ​ໄດ້​​ນຳ​ໃຊ້​ເປັນ​ເງິນ​ຕາ​ສາ​ກົນ​ນັບ​ມື້ຫຼາຍ​ຂຶ້ນ ແລະ​ການ​ທີ່ທະ​ນາ​ຄານ​ຕົນ​ເພີ່ມ​ຄັງ​ສຳ​ຮອງ​ເງິນຢວນ​ຈີນ​​ນັ້ນ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຈີນ​ທີ່​ເປັນ​ໜຶ່ງ​ໃນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ.

ຖະ​ແຫຼງ​ການ​ຍັງ​​ລຸ​ບຸ​ອີກ​ວ່າ, ​ເນື່ອງ​ຈາກ​ທະ​ນາ​ຄານ​ກາງ​ເອີ​ລົບ​ໄດ້​ຂາຍ​ຄັງ​ສຳ​ຮອງ​ເງິນ​ຕາ​ອື່ນໆ ເຊິ່ງ​ລວມ​ທັງ​​ໂດ​ລາ​ສະ​ຫະ​ລັດ ແລະ​ຊື້​ເງິນຢວນ​ຈີນ​ທີ່​ມີ​ລາ​ຄາ​ເທົ່າ​ກັນ, ນັ້ນ​ໄດ້​ເຮັດ​ໃຫ້ຍອດ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​​ຍັງ​ຮັກ​ສາ​ຂະ​ໜາດ​ຄື​ເກົ່າ. ປັດ​ຈຸ​ບັນ, ໂດ​ລາ​ສະ​ຫະ​ລັດ​ໄດ້​ກວມ​ອັດ​ຕາ​ສ່ວນຫຼາຍ​ທີ່​ສຸດ​ໃນ​ຄັງ​ສຳ​ຮອງ​ຂອງ​ທະ​ນາ​ຄານ​ກາງ​ເອີ​ລົບ, ຂະ​ນະ​ດຽວ​ກັນ​ກໍ​ຍັງ​ມີ​ເງິນ​ເຢັນ​ຍີ່​ປຸ່ນ, ເງິນຢວນ​ຈີນ, ຄຳ ແລະSDR ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ