ຈີນ​​ຢູ່​ອັນ​ດັບ​ສອງ​ໃນ​ບັນ​ດາ​ຈຸດ​ໝາຍ​ປາຍ​ທາງ​​ການ​ລົງ​ທຶນ
2017-06-15 11:09:23  cri 
"ບົດ​ລາຍ​ງານ​ການ​ລົງ​ທຶນ​ໂລກປີ 2017" ທີ່​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫຼື UNCTAD ເຜີຍ​ແຜ່​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້​​ຊີ້​ໃຫ້​ເຫັນວ່າ, ເຖິງວ່າ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໃນ​ທົ່ວ​ໂລກ​ນັບ​ມື້​ຮ້າຍ​ແຮງ, ແຕ່​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ພັດໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໂດຍຄາດ​ວ່າ ອິນ​ໂດ​ເນ​ເຊຍ, ໄທ, ຟີ​ລິບ​ປິນ, ຫວຽດ​ນາມ ແລະ​ສິງ​ກະ​ໂປ​ຈະ​ກາຍ​ເປັນ​ຈຸດ​ສຸ​ມ​ຂອງ​​ການ​ລົງທຶນ​ຕ່າງ​ປະ​ເທດ​ໃນ​ອະ​ນາ​ຄົດ.

ນອກ​ນີ້, ບົດ​ລາຍ​ງານ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ຈາກ​ທຶນ​ຕ່າງ​ປະ​ເທດນັ້ນ​ກໍ​ຍັງ​ຄົງ​ແມ່ນ​ອາ​ເມ​ລິ​ກາ, ຈີນ ແລະ​ອິນ​ເດຍ. ​ຂະ​ນະ​ດຽວ​ກັນ ບົດ​ລາຍ​ງານ​ກໍ​ໄດ້ວິ​ເຄາະ​ຕື່ມ​ວ່າ, ​ເນື່ອງ​ຈາກ​ຈີນ​ໄດ້​ເປີດກວ້າງ​ຂົງ​ເຂດ​ການ​ລົງ​ທຶນ​ໃຫ້​ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດຫຼາຍກວ່າ​ເກົ່າ ເຊັ່ນ: ອຸດ​ສາ​ຫະ​ກຳ​​ບໍ່​ແຮ່, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ, ການ​ທະ​ນາ​ຄານ, ອຸ​ດ​ສາ​ຫະ​ກຳ​​ການຜະ​ລິດ ແລະ​ອື່ນໆ ເຊິ່ງ​ກໍ​ຄາດ​ວ່າປີ​ນີ້​ອາດ​ຈະ​ມີ​ທຶນ​ຕ່າງ​ປະ​ເທດໄຫຼ​ເຂົ້າ​ຈີນຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ