ລັດ​ຖະ​ບານ​ຟີ​ລິ​ບ​ປິນ​ຈະ​​ຂະ​ຫຍາຍ WIFI ໃຫ້​ທົ່ວ​ເຖິງ
2017-06-15 11:11:39  cri 
ໜັງ​ສື​ພິມ "ຟີ​ລິ​ບ​ປິນ​ສ​ຕາ" ສະ​ບັບ​ວັນ​ທີ 14 ມິ​ຖຸ​ນາ​​ນີ້ລາຍ​ງານ​ວ່າ, ທ່ານ​ເອ​ລີ​ເຊວ ຣີ​ໂອ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຂໍ້​ມູນ​ຂ່າວ​ສານ​ແລະ​ເຕັກ​ນິກ​ໂທ​ລະ​ຄົມ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ເພື່ອ​ພັດ​ທະ​ນາ​ເຕັກ​ນິກ​ໂທ​ລະ​ຄົມ​ແລະ​ຂໍ້​ມູນ​ຂ່າວ​ສານ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ, ກະ​ຊວງ​ຕົນ​ຈະ​ລົງ​ທຶນ 3 ຕື້​​ເປ​ໂຊ​ພັດ​ທະ​ນາ​ໂຄງ​ການ "Pipolkonek" ເພື່ອ​ສະ​ໜອງ WIFI ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ 13000 ຈຸດ​ໃນ145 ຕົວ​ເມືອງ ແລະ 1489 ເມືອງ​ປົກ​ຄອງ​ຕົນ​ເອງ. ປັດ​ຈຸ​ບັນ​ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງແລ້ວ 300 ຈຸດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ