ຍານ​ອະ​ວະ​ກາດ "ທ່ຽນ​ໂຈ່ວ​1" ສຳ​ເລັດ​​ການ​ທົດ​ລອງ​​ຕື່ມ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ຂັບ​ເຄື່ອນ​ຈະຫຼວດ​ເທື່ອ​ທີ 2
2017-06-16 10:33:05  cri 
​ເວ​ລາ 18 ໂມງ 28 ນາ​ທີ​ຂອງວັນ​ທີ 15 ມິ​ຖຸ​ນາ​ນີ້, ຍານ​ຂົນ​ສົ່ງ​ສິນ​ຄ້າ  "ທ່ຽນ​ໂຈ່ວ​1"ໄດ້​​ສຳ​ເລັດການ​ທົດ​ລອງ​ຕື່ມ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ຂັບ​ເຄື່ອນ​ຈະຫຼວດ(propellant)ໃຫ້​ຫ້ອງ​ທົດ​ລອງ​ອະ​ວະ​ກາດ "ທ່ຽງ​ກົ່ງ 2"ຢູ່​​ໃນ​ວົງ​ໂຄ​ຈອນ ເຊິ່ງ​ຜົນ​ສຳ​ເລັດ​ດັ່ງ​ກ່າວ​ເປັນ​ການ​ພິ​ສູ​ດ​ໃຫ້​ເຫັນອີກວ່າ​​ເຊື່ອ​ໝັ້ນ​ຕໍ່ເຕັກ​ນິກ​ສຳ​ຄັນ​ດັ່ງ​ກ່າວ​.

ການ​ທົດ​ລອງ​​ທີ່ຈະ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​​ນັ້ນກໍເພື່ອ​ປັບ​ປຸງ​​ຜົນ​ງານ​ດ້ານ​ເຕັກ​ນິກ​ໃນ​ກາ​ນ​ທົດ​ລອງ​ເທື່ອ​ທຳ​ອິດ​ໃຫ້​ໝັ້ນ​ຄົງ​ແລະຫຼັງ​ສຳ​ເລັດ​ການ​ທົດ​ລອງ​ເທື່ອ​ນີ້​ແລ້ວ, ຍານ"ທ່ຽນ​ໂຈ່ວ​1"​ຈະບິນ​ອ້ອມ​​ແລະ​ເຊື່ອມ​ຕໍ່​ກັບຍານ"ທ່ຽງ​ກົ່ງ 2"​​ເປັນ​ເທື່ອ​ທີ​ສອງ.

ນັບ​ແຕ່​ຍານ"ທ່ຽນ​ໂຈ່ວ​1"​​ເຊື່ອມ​ຕໍ່​ກັບ"ທ່ຽງ​ກົ່ງ 2"​ໃນ​ວັນ​ທີ 22 ເມ​ສາ​ຜ່ານ​ມາໄດ້​ເຮັດ​ວຽກ​ຢ່າງເປັນປົກ​ກະ​ຕິ​​ຕະຫຼອດ 54 ວັນ​ເຊິ່ງໃນ​ໄລ​ຍະ​ດັ່ງ​ກ່າວ​ໄດ້​​ທົດ​ລອງວິ​ທະ​ຍາ​ສາດ​ອະ​ວະ​ກາດ​ແລະເຕັກ​ນິກ​ການ​ປະ​ຍຸກ​ຕ່າງໆ​ຕາມ​ຂັ້ນ​ຕອນ ແລະ​ປະ​ຕິ​ບັດ​ທຸກ​ໜ້າ​ວຽກ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ