ຈັດງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ກົນ​ຈັກ​ໄຟ​ຟ້າ​​ໃນງານວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ2017 ​ຢູ່​ຫວຽດ​ນາມ
2017-06-16 10:49:51  cri 
ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ກົນ​ຈັກ​ໄຟ​ຟ້າໃນ​ງານວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ2017ໄດ້ຈັດ​ຂຶ້ນ​ຢູ່​​ສູນ​ປະ​ຊຸມ​ວາງ​ສະ​ແດງ​ສາ​ກົນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດຫວຽດ​ນາມ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້​ໂດຍ​ມີ 106 ​ບໍ​ລິ​ສັດ​ກົນ​ຈັກ​ໄຟ​ຟ້າຈາກ 14 ແຂວງ​ແລະ​ເມືອງ​ຂອງ​ຈີນ​ເຂົ້າ​ຮ່ວມ.

ງານ​ວາງ​ສະ​ແດງ​​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​​ນີ້ເປັນ​ງານ​ວາງ​ສະ​ແດງ​ດ້ານວິ​ຊາ​ການ​ທີ່ກອງ​ເລ​ຂາ​ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກົມ​ສົ່ງ​ເສີມ​ການ​ຄ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ​ຈັດ​ຂຶ້ນ​ຢູ່​​ຫວຽດ​ນາມ​ເປັນ​ເທື່ອ​ທຳ​ອິດ​ໂດຍ​ຈະ​ເນັ້ນ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​​ທີ່​ມີຄຸນ​ນະ​ພາບ​ດີ​ແລະ​ເຕັກ​ນິກ​ກ້າວ​ໜ້າ​ໃນ​ຂະ​ແໜງ​ການ​ຕ່າງໆ​ເປັນ​ຕົ້ນ ກົນ​ຈັກ​ທົ່ວ​ໄປ,ລົດ​ຂົນ​ສົ່ງ,ກົນ​ຈັກ​ກະ​ສິ​ກຳ,ກົນ​ຈັກ​ວິ​ສະ​ວະ​ກຳ, ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕ​ຣ​ນິກ, ການ​ບໍ​ລິ​ໂພກ​ເອ​ເລັກ​ໂຕ​ຣ​ນິກ​​ທີ່ທັນ​ສະ​ໄໝ​ແລະ​ອື່ນໆ.

ທ່ານ​ຫົງ​ສຽວ​ຢຸງ ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ຢືນ​ຢັນ​ວ່າ ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ເປັນ​ໂອ​ກາດ​ດີ​ສຳ​ລັບ​ວິ​ສາ​ຫະ​ກິດ​ຈີນ-ຫວຽດ​ນາມ​ດຳ​ເນີນ​ການ​ແລກ​ປ່ຽນ​,ການຮ່ວມ​ມື​ກັນ​ພັດ​ທະ​ນາ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເປີດກວ້າງ​ການ​ຮ່ວມ​ມືທີ່​ເປັນ​ຮູບ​ປະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ