ລັດ​ຖະ​ບານ​ໄທ​ຮັບ​ຮອງ​ແຜນ​ງົບ​ປະ​ມານປີ 2018ໃນ​ມູນ​ຄ່າ 2900ຕື້​ບາດ
2017-06-16 10:54:22  cri 
ໜັງ​ສື​ພິມ​ຕຸງ​ຮ​ວາ​ລາຍ​ວັນ​ຂອງ​ໄທ​ສະ​ບັບ​ວັນ​ທີ 14 ມິ​ຖຸ​ນາ​ນີ້​ລາຍ​ງານ​ວ່າ: ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ລັດ​ຖະ​ສະ​ພາ​ໄທໄດ້​​ຮັບ​ຮອງ​ດ້ານຫຼັກ​ການ​ຕໍ່​ແຜນ​ງົບ​ປະ​ມານ​2018ທີ່​ມີມູນ​ຄ່າ​ລວມ 2900 ຕື້​ບາດ ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່ 6 ຍຸດ​ທະ​ສາດ​ໃຫຍ່ແລະ 29 ແຜນ​ງານ.

7 ​ກະ​ຊວງທະ​ບວງ​ກົມ​ເສດ​ຖະ​ກິດ​ທີ່​ນຳ​ໂດຍ​ທ່ານ​ສົມ​ຄິດ ຈະ​ຕຸ​ສີພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ຮັບງົບ​ປ​ະ​ມານ 400 ຕື້ກວ່າ​ບາດ​ແລະ​ເມື່ອບວກ​ກັບ​ງົບ​ປະ​ມານ 100 ກວ່າ​ຕື້​ບາດ​ຂອງ​ກະ​ຊວງ​ກະ​ເສດ​ແລະ​ສະ​ຫະ​ກອນ​ແລ້ວ​ຖື​ວ່າ​ໄດ້​ຮັບງົບ​ປະ​ມານເຖິງ 500 ຕື້ກວ່າ​ບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ