ພະວັດ​ເຊົາຫຼິນ​ລົງ​ກ່ຽວ​ເຂົ້າ
2017-06-16 16:30:09  cri 

ກາງ​ເດືອນ​ມິ​ຖຸ​ນາເປັນ​ໄລ​ຍະ​ທີ່​ ເຂົ້າ​ເບ​ລໃນ​ເນື້ອ​ທີ່ກວ່າ 7 ​ເຮັກ​ຕາຂອງວັດ​ເຊົາຫຼິນ ແຂວງ​ເຮີ​ນານ ສ​ປ ຈີນ​ສຸກ​ເຫຼືອງ​ດີ. ​ດັ່ງ​ນັ້ນ​ໃນວັນ​ທີ 15 ມິ​ຖຸ​ນາ​ນີ້, ​ຢູ່​ທົ່ງ​ນາ​ເຂົ້າ​ເບ​ລ​ຂອງ​ນິ​ຄົມ​ສານ​ເກິ່ງວັດ​ເຊົາຫຼິນ​ມີ​ບັນ​ຍາ​ກາດ​​ຄຶກ​ຄັກ​ໂດຍ​ພະ 100 ກວ່າ​ອົງ​ໄດ້​ລົງ​ກ່ຽວ​ເຂົ້າ​ແລະຫຼັງ​ຟາດ​ແລ້ວ​​ກໍ​ນຳ​ເຂົ້າ​ເປືອກ​ໃສ່​ສອບ,​ ແບກ​ຂຶ້ນລົດ​​ເພື່ອ​ຂົນ​ເມືອ​​ໄວ້​ຢູ່​ວັດ. ​ຂ່າວ​ແຈ້ງ​ວ່າ: ​ພະ​ວັດ​ເຊົາຫຼິນ​ຍຶດ​​ການກຸ້ມ​ຕົນ​ເອງ​ໂດຍ​ການ​ເຫັນ​ວ່າ ການ​ປູກ​ຝັງ​ກໍ​ເປັນ​​ດັ່ງ​ການ​ຝຶກ​ແອບ​​ການຈຳ​ສິນ​​ແບບໜຶ່ງ. ການ​ໃຫ້​ຄວາມ​ສຳ​ຄັນ​ທັງ​​ການຝຶກ​ແອບ​ຈຳ​ສິນ​ແລະ​ການ​ອອກ​ແຮງ​ງານ​ໄປ​ພ້ອມ​ກັນ​ເປັນ​ມູນ​ເຊື້ອ​ຂອງວັດ​ເຊົາຫຼິນ, ​ແລະ​ຂະ​ນະ​ດຽວ​ກັນ​ຕ່າງກໍ​ຍຶດ​ໝັ້ນ​ຄະ​ຕິ​ເຕືອນ​ໃຈ​ວ່າ "ມື້​ໃດ​ບໍ່​ອອກ​ແຮງ​ງານ​ມື້​ນັ້ນ​ກໍ​ບໍ່​ກິນ​ເຂົ້າ"

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ