ຈີນ​ຂຶ້ນ 3 ອັນ​ດັບດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ໂລກ
2017-06-16 16:26:51  cri 
ການ​ຈັດ​ອັນ​ດັບດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​ໂລກ​ປີ 2017 ທີ່​ວິ​ທະ​ຍາ​ໄລ INSEAD, ມະ​ຫາ​ວິ​ທະ​ຍາ​ໄລ Cornell ແລະ ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຮ່ວມ​ກັນ​ເປີດ​ເຜີຍ​ຫວ່າ​ງ​ມໍ່ໆ​ນີ້ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຢູ່​​ອັນ​ດັບ​ທີ 22 ເຊິ່ງ​ຂຶ້ນ 3 ອັນ​ດັບ​ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ ແລະກໍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະ​ດັບ​​ປານກາງ​ທີ່​​ຮັກ​ສາ​ 25 ອັນ​ດັບ​ໄວ້​ໄດ້​ພຽງ​ປະ​ເທດ​ດຽວ.

ປີ 2016, ຈີນ​ຢູ່​ອັນ​ດັບ​ທີ 25 ແລະ​ຮັກ​ສາ 25 ອັນ​ດັບ​ໄດ້​ເປັນ​ເທື່ອ​ທຳ​ອິດ. ຂະ​ນະ​ທີ່​ປີ 2017 ກໍ​ໄດ້​ຮັບ​ຄະ​ແນນ​ສູງ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ​ການ​ພັດ​ທະ​ນາ​ຄວາມ​ຮູ້​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ເປັນ​ຢ່າງ​ດີ ສົ່ງ​ຜົນ​ເຮັດ​ໃຫ້​ການ​ຈັດ​ອັນ​ດັບ​ສືບ​ຕໍ່​ກ້າວ​ໄປໜ້າ. ​ສ່ວນຊູ​ແອັດ,ສະ​ວິ​ສ,ໂຮນ​ລັງ,ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ໄດ້​ຮັບ​ການ​ຈັດຢູ່​ໃນ 5 ອັນ​ດັບ​​ແຖວ​ໜ້າ,ທັງ​ແມ່ນ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຫຼາຍ​ທີ່​ສຸດ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ