ມຽນ​ມາ​ກຽມ​ອອກນະ​ໂຍ​ບາຍ​ພະ​ລັງ​ງານ 10 ຂໍ້
2017-06-16 16:35:23  cri 
ໜັງ​ສື​ພິມ "ເຈັດ​ວັນ" ຂອງ​ມຽນ​ມາ​ລາຍ​ງານ​ໂດຍ​ອ້າງ​ຕາມ​ການ​ເປີດ​ເຜີຍ​ຂອງທ່ານ​ໂຈ​ອັງ ຫົວ​ໜ້າກົມ​ຂອງ​ກະ​ຊວງໄຟ​ຟ້າ​ແລະ​ພະ​ລັງ​ງານ​ມຽ​ນ​ມາ​ກ່າວ​ວ່າ, ປະ​ເທດ​ຕົນກຽມ​ອອກນະ​ໂຍ​ບາຍ​ພະ​ລັງ​ງານ​ 10 ຂໍ້​ໃນ​ໄວໆ​ນີ້.

ນະ​ໂຍ​ບາຍ​ພະ​ລັງ​ງານ​ດັ່ງ​ກ່າວ​​ເປັນ​ແນວ​ຄິດ​ລິ​ເລີ່ມ​ຂອງ​ທ່ານ​​ນາງ​ອອງຊານ​ຊູ​ຈີ, ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ດ້ວຍ​ຫວັງ​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​​ແນະ​ນະການ​ນຳ​ໃຊ້​ພະ​ລັງ​ງານ​ໃຫ້​ເປັນ​ບູ​ລິ​ມະ​ສິດທັງ​ນີ້. ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ເນັ້ນ​ລິ​ເລີ່ມ​ແລະ​ເຜີຍ​ແຜ່​ການ​ນຳ​ໃຊ້​ດອກ​ໄຟ LED, ເພື່ອ​ຫຼຸດ​ການ​​ຊົມໃຊ້​ໄຟ​ຟ້າ​ໃຫ້​ໄດ້ 30%, ​ຂະ​ນະ​ທີ່ການ​ໃຊ້​ໄຟ​ຟ້າ​​ພະ​ລັງ​ງານນ້ຳ​ຕົກ​​ໄດ້​ກາຍເປັນ​ບູ​ລິ​ມະ​ສິດ, ຖັດ​ມາ​ແມ່ນ​ໃຊ້​ອາຍ​ແກັ​ສ​ທຳ​ມະ​ຊາດ​ແລະ​ພະ​ລັງ​ງານ​ໝູນ​ວຽນ, ສ່ວນ​ຖ່ານ​ຫີນ​ແມ່ນ​ພະ​ລັງ​ງານ​​ທາງ​ເລືອກ​ສຸດ​ທ້າຍ.

ຂ່າວ​ແຈ້ງວ່າ, ມຽນ​ມາ​ເລີ່ມ​ວາງ​ນະ​ໂຍ​ບາຍ​ພະ​ລັງ​ງານ​ແຫ່ງ​ຊາດ​ເມື່ອ​ປີ 2013, ແລະ​ໄດ້​​ກຳ​ນົດ​ລະ​ບຽບ​ການ​ໃນ​ເດືອນ​ມັງ​ກອນ​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ