ອົງ​ການ​ສະ​ຫະ​ປະ​ຊາ​ຊາດສ້າງ​ຕັ້ງ​ຫ້ອງ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ
2017-06-16 16:40:37  cri 
ວັ​ນ​ທີ 15 ມິ​ຖຸ​ນາ​ນີ້, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ມະ​ຕິ​ວ່າ​ດ້ວຍ​ການຕົກ​ລົງປັບ​ປຸງ​ຂອບ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ຂຶ້ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄືນ​ໃໝ່, ແລະ​ສ້າງ​ຕັ້ງ​ຫ້ອງ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ເພື່ອ​ປະ​ສານ​ສົມ​ທົບ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ຝ່າຍ​ຕ່າງໆ​​ໃນອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ວຽກ​ງານ​ນີ້, ​ທັງ​ເພື່ອເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ການ​ເພີ່ມ​ຄວາ​ມ​ສາ​ມາດ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ສະ​ມາ​ຊິກ​.

ທ່ານອັນ​ໂຕ​ນິ​ໂອ ກູ​ເທີເລ​ສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຊົມ​ເຊີຍ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ທີ່​ໄດ້ຮັບ​ຮອງ​ມະ​ຕິ​ດັ່ງ​ກ່າ​ວ​ໂດຍ​ຜ່ານ​ໂຄ​ສົກ​ຂອງ​ຕົນ. ​ໂດຍຖະ​ແຫຼງ​ການ​ລະ​ບຸ​ວ່າ, ​ການ​ຕໍ່​ຕ້າ​ນ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​​ປາບ​ປາມ​ລັດ​ທິ​ຫົວ​ຮຸນ​ແຮງ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ແມ່ນ​ວຽກ​​ບູ​ລິ​ມະ​ສິດເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ພິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ແລະຫວັງ​ວ່າ​ການ​​ຕົກ​ລົງ​ເທື່ອ​ນີ້​ຈະ​ສາ​ມາດ​ຊຸກ​ຍູ້​ຄວາມ​ພະ​ຍາ​ຍາມ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ການ​ປ້ອງ​ກັນການ​ປະ​ທະ​ກັນ, ​ແລະ​ເພື່ອຊຸກ​ຍູ້​ສັນ​ຕິ​ພາບ ​ແລະ​ການ​ພັດ​ທະ​ນາ​ຢ່າງ​ຖາ​ວອນ.

ປີ 2006, ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ "ຍຸດ​ທະ​ສາດ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ", ເພື່ອ​ປະ​ສານ​ສົ​ມ​ທົບ​ແລະ​ເພີ່ມ​ທະ​ວີ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ສະ​ມາ​ຊິກ​​ໃນ​​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ