ທ່ານ​ປູ​ຕິນພົບ​ປະ​ຊາ​ຊົນ​ໂດຍ​ກົງ​ທາງ​ໂທ​ລະ​ພ​າບ
2017-06-16 17:01:12  cri 

ວັນ​ທີ 15 ມິ​ຖຸ​ນາ​ນີ້, ທ່ານວ​ຣາດິ​ເມຍ ປູ​ຕິ​ນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ພົບ​ປະ​ຊາ​ຊົນ​​ໂດຍ​ຜ່ານ​ການ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ, ແລະຕອບ​ຄຳ​ຖາມ​ທີ່​ປະ​ຊາ​ຊົນ​ສົນ​ໃຈ​ໂດຍ​ໃນ​ໄລ​ຍະ 4 ຊົ່ວ​ໂມງ​, ທ່ານ​ໄດ້​ຕອບຄຳ​ຖາມ​ 73 ​ຂໍ້.

"ລາຍ​ການ​ລົມ​ກັບ​ທ່ານ​ປູ​ຕິນ​ໂດຍ​ກົງ" ເລີ່ມ​ຈັດ​ຂຶ້ນ​ເມື່ອ​ປີ 2001 ເຊິ່ງ​ເປັນ​​ໄລ​ຍະ​ດຳ​ລົງຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປູຕິນ, ​ແຕ່​ປີ 2004 ແລະ​ປີ 2012 ​ໄດ້ງົດ​ລາຍ​ການ​ນີ້. ​ເນື່ອງ​ຈາກລາຍ​ການ​ດັ່ງ​ກ່າວ​ມີ​ຜູ້​ຊົມ​ເປັນ​ຈຳ​ນວນ​ຫຼາຍ​ແລະ​​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ, ສື່ມວນ​ຊົນ​ຣັດ​ເຊຍ​​ຖື​ວ່າ​ລາຍ​ການ​ດັ່ງ​ກ່າວ​​ຄື​ການ​ສະ​ແດງ​​ທັດ​ສະ​ນະ​ຂອງ​ທ່ານ​ປູ​ຕິນ​ທີ່ "ຮັບ​​ຟັງ​ຄວາມ​ເຫັນ​ ແລະ​ໃກ້​​ຊິດກັບ​ປະ​ຊາ​ຊົນ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ