ເກີດ​ອຸ​ບັດ​ເຫດ​ກຳ​ປັ່ນ​ຮົບ​​ອາ​ເມ​ລິ​ກາຕຳ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຟີ​ລິບ​ປິນ
2017-06-17 14:14:44  cri 
ຂ່າວ​ສານ​ກຽວໂດ​ຍີ່​ປຸ່ນ​ລາຍ​ງານ​ວ່າ: ​ກຳ​ປັ່ນ​Fitzgeraldຂອງກອງ​ກຳ​ປັ່ນ​ທີ 7 ຂອງກອງ​ທຳ​ເຮືອ​ອາ​ເມ​ລິ​ກາ​ໄດ້​ຕຳ​ກັບ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຟີ​ລິບ​ປິນ​ລຳ​ໜຶ່ງ​ຢູ່​ທະ​ເລ​ໃກ້​ຍີ່​ປຸ່ນ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 17 ມິ​ຖຸ​ນາ​ນີ້ ເຊິ່ງ​ປັດ​ຈຸ​ບັນ​ເຫດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ 1 ຄົນ​ຢູ່​ໃນ​ກຳ​ປັ່ນ​ຣົບ​ອາ​ເມ​ລິ​ກາ​ໄດ້​ຮັບ​ບາດ​ເຈັບ, ອີກ 7 ຄົນ​ຫາຍ​ສາບ​ສູນ.

ຂ່າວ​ແຈ້ງ​ວ່າ, ຫຼັງ​ເກີດ​ເຫດ​ດັ່ງ​ກ່າວ, ກົມ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຍີ່​ປຸ່ນ​ໄດ້​ສົ່ງ​ໜ່ວຍ​ກູ້​ໄພ​ໄປ​ບ່ອນ​ເກີດ​ເຫດ ທັງ​ຫາ​ລື​ກັບ​ເຈົ້າ​ໜ້າ​ທີ່​ທະ​ຫານ​ອາ​ເມ​ລິ​ກາ​ເພື່ອ​ຢືນ​ຢັນ​ສະ​ພາບ​ຕົວ​ຈິງ​ຂອງ​ອຸ​ບັດ​ເຫດເທື່ອ​ນີ້. ມາ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຄົນ​ຢູ່​ໃນ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຟີ​ລິບ​ປິນ​ໄດ້​ຮັບ​ບາດ​ເຈັບ​ເທື່ອ, ກຳ​ປັ່ນ​ສອງ​ລຳ​ໃນ​ອຸ​ບັດ​ເຫດ​ນັ້ນ​ບໍ່​ມີ​ບັນ​ຫາ​ນ້ຳ​ມັນ​ຮົ່ວ​ແລະ​ບໍ່​ມີ​ຄວາມ​ສ່ຽງ​ຈະ​ຫຼົ້ມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ